ທ່ານ​ທ​ຣຳ​ກ່າວ​ວ່າ​ຈະ​ພົບ​ປະ​ກັບ​ທ່ານ​ກິມ​ເຈິງ​ອຸນ​ໃນ​ເດືອນ​ພຶດ​ສະ​ພາຫຼື​ຕົ້ນ​ເດືອນ​ມິ​ຖຸ​ນາປີນີ້
2018-04-10 16:09:34  cri 
    ວັນ​ທີ 9 ເມ​ສານີ້, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ຕົນ​ຈະ​ພົບ​ປະ​ກັບ​ທ່ານ ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ​ສ​ປ​ປ ເກົາຫຼີ​ໃນ​ເດືອນ​ພຶດ​ສະ​ພາ ຫຼື ຕົ້ນ​ເດືອນ​ມິ​ຖຸ​ນາ​ປີນີ້.

    ທ່ານ ທ​ຣຳ​ ໄດ້​ໃຫ້​ສຳ​ພາດຕໍ່​ນັກ​ຂ່າວ​ຢູ່​ທຳ​ນຽບ​ຂາວ​ໃນ​ມື້​ດຽວ​ກັນ​ວ່າ, ປັດ​ຈຸ​ບັນ, ປະ​ເທດ​ຕົນ​ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ສ​ປ​ປ​ເກົາຫຼີ​ແລ້ວ, "​ແລະຈະ​ພົບ​ປະ​​ກັນ​ໃນ​​ໄລ​ຍະເດືອນ​ພຶດ​ສະ​ພາ ຫຼື ຕົ້ນ​ເດືອນ​ມິ​ຖຸ​ນາ​ປີນີ້".

    ທ່ານ ທ​ຣຳ ກ່າວ​ຕື່ມ​ວ່າ, ຫວັງ​ວ່າ​ໃນ​ການ​ເຈ​ລະ​ຈາ​ຄັ້ງ​ນີ້ ສອງ​ຝ່າຍ​ຈະ​ສາ​ມາດ​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ປອດ​ນິວ​ເຄ​ລຍ​ຢູ່​ແຫຼມ​ເກົາຫຼີ​.

    ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາຫຼາຍ​ຄົນ​ເປີດ​ເຜີຍ​ໃນ​ວັນ​ທີ 8 ເມ​ສານີ້​ວ່າ, ສ​ປ​ປ​ເກົາຫຼີ ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ອາ​ເມ​ລິ​ກາ​ໂດຍ​ກົງ ແລະ​ກ່າວ​ວ່າ, ທ່ານ​ ກິມ​ເຈິງ​ອຸນ ຍິນ​ດີ​ປຶກ​ສາ​ຫາ​ລື​ບັນ​ຫາ​ປອດ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາຫຼີ​ກັບ​ທ່ານ ທ​ຣຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ