ທິວ​ທັດ​ນາ​ຂັ້ນ​ໄດ​ແຂວງ​ຮູ​ເປີຍ​ກາຍ​ເປັນ​ອຸດ​ສາ​ຫະ​ກຳຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
2018-04-10 16:17:18  cri 

ພາບນີ້​ຄື​ນັກ​ທ່ອງ​ທ່ຽວຫຼິ້ນ​ຢູ່​ນາ​ຂັ້ນ​ໄດ​ຂອງ​ບ້ານ​ອູ້​ຢູນ​ຊ່ານ​ເມືອງ​ຊີ​ຊູ່ນ​ແຂວງ​ຮູ​ເປີຍ ສ​ປ ຈີນ​ທີ່​ຖ່າຍ​ໂດຍ​ຍົນ​ບໍ່​ມີ​ຄົນ​ຂັບ​ໃນ​ວັນ​ທີ 9 ເມ​ສານີ້.
ບ້ານ​ອູ້​ຢູນ​ຊ່ານ ມີ​ນາ​ຂັ້ນ​ໄດ​ເທິງ​ພູ​ສູງຫຼາຍກວ່າ 40 ເຮັກ​ຕາ, ທ້ອງ​ຖິ່ນ​ດັ່ງ​ກ່າວ​ໄດ້​ສ້າງ​ເປັນ​ເຂດ​ທິວ​ທັດ​ວັດ​ທະ​ນະ​ທຳ​ເຮັດ​ໄຮ່​ໄຖ​ນາ ແລະ​ກຳ​ນົດ​ກະ​ສິ​ກຳ​ທ່ອງ​ທ່ຽວ​ໃຫ້​ເປັນ​ອຸດ​ສາ​ຫະ​ກຳຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ເຊິ່ງ​ໄດ້​ຊ່ວຍ​ໃຫ້​ຊາວ​ນາ​ທ້ອງ​ຖິ່ນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ. ຜ່ານ​ຈາກ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ບ້ານ​ອູ້​ຢູນ​ຊ່ານ​ຈາກ​ບ້ານ​ພູ​ດອຍ​ທີ່ຫຼ້າຫຼັງ​ກາຍ​ເປັນ​ບ້ານ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ, ດຽວນີ້​ມີ​ເຮືອນ​ພັກ​ກະ​ສິ​ກອນ 50 ກວ່າຫຼັງ​ທີ່ສ້າງ​ລາຍ​ຮັບ​ໄດ້ 20 ລ້ານກວ່າ​ຢວນ​ຕໍ່​ປີ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ