ຜູ້​ນຳ​ຕ່າງ​ປະ​ເທດ​ຍ້ອງ​ຍໍ​ວ່າ​​ນະ​ໂຍ​ບາຍ​ການ​ປະ​ຕິ​ຮູບ​ແລະເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ເປັນ​ຂ່າວ​ດີ​ຕໍ່​ໂລກ
2018-04-11 16:11:46  cri 
ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ 2018 ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫ​ຫຼຳ​ຈີນ​ໃນ​ວັນ​ທີ 10 ເມ​ສາ​ນີ້. ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ແລະ​ກ່າວ​ປາ​ຖະ​ກະ​ຖາ​ ​ສຳ​ຄັນ​ທີ່​ມີ​ຫົວ​ຂໍ້​ວ່າ: "ການເປີດ​ປະ​ຕູ​ສູ່​ພາຍນອກ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ ການ​ປະ​ດິດ​ສ້າງ​ໃໝ່ນຳ​ພາ​ອະ​ນາ​ຄົດ". ຫຼັງ​ຈາກ​ນັ້ນ, ຜູ້​ນຳ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ກ່າວ​ປາ​ໄສວ່າ: ມາດ​ຕະ​ການ​ແລະ​ນະ​ໂຍ​ບາຍ​ຕ່າງໆ​ໃນການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ຈີນ​ວາງ​ອອກ​ນັ້ນ​ໄດ້ເຮັດ​ໃຫ້​ຄົນ​ຕື່ນ​ເຕັ້ນ​ໃຈ​, ຈີນ​​ສືບ​​ຕໍ່​ເດັດ​ດ່ຽວຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະເປີດ​ປະ​ຕູ​ສູ່​ພາຍນອກ​ຈະ​ເປັນ​ຂ່າວ​ດີ​ຕໍ່ໂລກ, ເຊິ່ງ​ຈະຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ຂອງ​ໂລກ​ຢ່າງ​ແຂງ​ແຮງ.

ທ່ານ ອັນ​ໂຕ​ນີ​ໂອ ກູ​ເ​ຕີ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: ປີ​ນີ້​ເປັນ​ປີ​ການ​ປະ​ຕິ​ຮູບ​ແລະເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວິ​ວັດ​ການ​ພັດ​ທະ​ນາຂອງ​ຈີນ​ກໍ່​​ຄື​ວິ​ວັດການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ໂລກ. ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ມີຊີ​ວິດ​ຊີ​ວາ​ຂອງ​ອາ​ຊີ​ທີ່​ເພີ່ມ​ທະ​ວີ​ຂຶ້ນ​ເລື້ອຍໆ ແລະ ຈິດ​ໃຈ​ທີ່​ຍຶດ​ຖື​ທ່າ​ທີ​ເຫັນ​ໄປ​ໃນ​ທາງ​ທີ່​​ດີ​ແລະກ້າວ​ໄປ​ໜ້າ, ທັງ​ໄດ້​ສະ​ແດ​ງ​ໃຫ້​ເຫັນ​ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.

ທ່ານ ໂຣດ​ຣິ​ໂກ ​ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ກ່າວ​ວ່າ: ການ​ສ້າງ​ອາ​ຊີ​ແລະ​ໂລກ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງຍິ່ງ​ຂຶ້ນ​ນັ້ນ​ແມ່ນ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ພວກ​ເຮົາ ແລະກໍ່​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮ່ວມ​ຂອງ​ພວກ​ເຮົາ. ບັນ​ດາ​ປະ​ເທດ​ ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ບັນ​ລຸ​ຄວາມ​ໃຝ່​ຝັນ​ທີ່​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.

ທ່າ​ນ ລີ​ສຽນ​ລຸງ ນາ​ຍົ​ກ​ລັດ​ຖະ​ມົນ​​ຕີ​ສິງ​ກະ​ໂປ​ກ່າວ​ວ່າ:ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ດີກວ່າ​ພາກ​ພື້ນ​ອື່ນ​ຕົ້ນ​ຕໍ​ແມ່ນ​ຍ້ອນ​ການເປີດປະ​ຕູ​ສູ່ພາຍນອກ. ຜູ້​ນຳ​ຂອງ​ຈີນ​ໄດ້​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຈີນທີ່​ສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ການເປີດ​ປະ​ຕູ​ສູ່​ພາຍນອກມາຫຼາຍ​ເທື່ອ​, ທະ​ນາ​ຄານ​ລົງ​ທຶນ​ພື້​ນ​ຖານ​ໂຄງ​ລ່າງ​ອາ​ຊີ​ແລະ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ກໍ່ເປັນການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ຂອງ​ຈີນ​ຕໍ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

ທ່ານນາງ ຄ​ຣິ​ສ​ຕິນ ລາ​ກາ​ດ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການກອ​ງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ກ່າວ​ວ່າ: ໃນ​ຄຳ​ປາ​ໄສ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ລິ​ເລີ່ມ​ການ​ປະ​ດິດ​ສ້າງ​ໃໝ່,ການ​ກວມ​ລວມ,ການ​ເປີດປະ​ຕູ​ສູ່​ພາ​ຍນອກ​ແລະ​ທັດ​ສະ​ນະ​ຄະ​ຕິ​ອື່ນໆ​,ແລະ​ໄດ້​ສະ​ເໜີ​ມາດ​ຕະ​ການກ່ຽວ​ກັບ​ການເປີດ​ປະ​ຕູ​ສູ່ພາຍນອກ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ເງິນ,ການ​ປະ​ກັນ​ໄພ,ລົດແລະ​ອື່ນໆ, ບັນ​ດາ​ປະ​ເທດຄວນ​ໃຫ້​ຄຳ​ຕອບ​ດ້ວຍ​ທ່າ​ທີ​ທີ່​ຕິດ​ແທ​ດ​ຕົວ​ຈິງ​ເຊັ່ນ​ດຽວ​ກັນ. ທ່ານ​ນາງ​ລາ​ກາດ​ກ່າວ​ຕື່ມ​ວ່າ, ​ອາ​ຊີ​ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ໂລກ 2 ສ່ວນ 3, ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ເສດ​ຖະ​ກິດ​ໂລກ. ບັນ​ດາ​ປະ​ເທດຄວນເປີດກວ້າງ​ການ​ຄ້າ​ຕື່ມ​ອີກ, ດັ່ງ​ນັ້ນ​ການ​ປະ​ດິດ​ສ້າງ​ໃໝ່​ຈຶ່ງ​ຈະ​ສາ​ມາດ​ຊົມ​ໃຊ້​ຮ່ວມ​ກັນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ