ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນຈະ​ມີ​ຜົນ​ດີ​ຕໍ່​ການ​ລົງ​ເລິກ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ເອີ​ຣົບ
2018-04-11 16:12:47  cri 
ຕາມ​ຂ່າວCRI: ວັນ​ທີ 10 ເມ​ສາ​ນີ້, ທ່ານ ໂຣ​ມາ​ໂນ ໂປ​ຣ​ດີ ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ, ສະ​ມາ​ຊິກ​ຖາ​ວອນ​ສຳ​ຮອງ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ຫຼັງ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ 2018 ວ່າ: ການ​ເປີດກວ້າງ​ຂົງ​ເຂດ​ຕ່າງໆ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ຍົກ​ລະ​ດັບ​ການ​ເປີດ​ປະ​ຕູ​ທີ່ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ປະ​ກາດ​ໃນ​ພິ​ທີ​ໄຂ​ນັ້ນ ເວົ້າ​ສຳ​ລັບ​ຈີນ​ແລະ​ເອີ​ຣົບ​ແລ້ວ​ລ້ວນ​ແຕ່​ແມ່ນ​ຂ່າວ​ດີ. ທ່ານ​ກ່າວ​ວ່າ: ຄຳ​ບັນ​ລະ​ຍາຍ​ທີ່​ກ່ຽວ​ຂ້ອງ​ຂອງ​ທ່ານ ສີ​ຈິ້ນ​ຜິງ ລະ​ອຽດ​ຫຼາຍ, ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຮອບ​ໃໝ່​ຈະ​ກ່ຽວ​ພັນ​ເຖິງ​ຕະ​ຫຼາດ​ການ​ເງິນ,ຂະ​ແໜງ​ການ​ຜະ​ລິດ,​ຊັບ​ສິນ​ທາງ​ປັນ​ຍາ​ແລະ​ອື່ນໆ ແລະ​ຄວນ​ປະ​ຕິ​ບັດ​ໂດຍ​ໄວ. ຈີນ​ແລະ​ເອີ​ຣົບ​ສາ​ມາດຈະ​ເປີດກວ້າງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຫຼົ່າ​ນີ້​ຢ່າງ​ເລິກ​ເຊິ່ງ.

ເມື່ອ​ກ່າວ​ເຖິງ​ການ​ພົ​ວ​ພັນ​ລະ​ຫວ່າງ​ຈີນ-ເອີ​ຣົບ, ທ່ານ ໂປ​ຣ​ດີ ກ່າວ​ວ່າ: ເອີ​ຣົບ​ໄດ້​ລົງ​ທຶນ​ຕໍ່​ຈີນ​ມາ​ເປັນເວ​ລາ​ຫຼາຍ​ປີ, ໃນ​ຊຸມ​ປີ​ຜ່ານ​ມາ, ການ​ລົງ​ທຶນ​ຂອງ​ຈີນ​ຕໍ່​ເອີ​ຣົບ​ກໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ຝ່າຍໄດ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ເລື້ອຍໆ,ການ​ແລ​ກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ທີ່​ມີຂະ​ແໜງ​ການ​ທ່ອງ​ທ່ຽວ​ເປັນ​ຕົວ​ແທນ​​​ກໍ່​ຄຶກ​ຄັກຫຼາຍ. ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ເອີ​ຣົບ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າ​ງ​ເລິກ​ເຊິ່ງ, ການ​ພົວ​ພັນລະ​ຫວ່າງ​ສອງ​ຝ່າຍ​ອາດ​ຈະ​ມີ​ຄວາມ​ໃກ້​ຊິດ​ຫຼາຍກວ່າການ​ພົວ​ພັນລະ​ຫວ່າງ​ເອີ​ຣົບ-ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ