ຄູ​ແລະ​ອາ​ຈານ​ຈາກສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ຂອງ​ໄທ​ທີ່​ສຶກ​ສາເຕັກ​ນິກ​ທາງ​ລົດ​​ໄຟ​ຄວາມ​ໄວ​ສູງຢູ່​ຈີນ​ເພີ່ມ​ຫຼາຍ​ຂຶ້ນ
2018-04-11 16:34:53  cri 
ວັນ​ທີ 10 ເມ​ສາ​ນີ້, ​ວິ​ທະ​ຍາ​ໄລ​ເຕັກ​ນິກວິ​ຊາຊີບ​ທາງ​ລົດ​ໄຟ​ຫຼີວ​ໂຈ່ວກວາງ​ຊີ​ໄດ້​ຈັດ​ພິ​ທີ​ເປີດ​ຊຸດ​ອົບ​ຮົມ​ເຕັກ​ນິກ​ທາງ​ລົດ​ໄຟ​ໃຫ້ບຸກ​ຄະ​ລາ​ກອນ​ຝ່າຍ​ການ​ສຶກ​ສາ​ວິ​ຊາຊີບ​ຄົມ​ມະ​ນາ​ຄົມລາງລົດ​ໄຟ​ຂອງ​ໄທ​ຊຸດ​ທີ 6 ເຊິ່ງຄູ​ແລະ​ອາ​ຈານ​ຈາກ​ໄທ 14 ຄົນ​ຈະຝຶກ​ອົບ​ຮົມ​ເຕັກ​ນິກ​ທາງ​ລົດ​ໄຟຢູ່​ແຫ່ງ​ນີ້​ເປັນ​ເວ​ລາ 2 ເດືອນ.

​ໃນ​ຊຸມ​ປີ​ຜ່ານ​ມາ, ລັດ​ຖະ​ບານ​ໄທ​ໄດ້​ພັດ​ທະ​ນາ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ລາງລົດ​ໄຟຢ່າງ​ແຂງ​ແຮງ, ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-ໄທ​ໄລ​ຍະ​ທຳ​ອິດ​ໄດ້​ເລີ່ມ​ກໍ່​ສ້າງ​ໃນ​ເດືອນ​ທັນ​ວາ​ປີ 2017 ແລະ​ຕ້ອງ​ການ​ນັກ​ວິ​ຊາ​ການ​ຢ່າງ​ຫຼວງ​ຫຼາຍໂດຍ​ດ່ວນ. ເພື່​ອ​ອົບ​ຮົມ​ແລະ​​ສ້າງບຸກ​ຄະ​ລາ​ກອນ​ດ້ານ​ເຕັກ​ນິກ​ທາງ​ລົດ​ໄຟຄວາມ​ໄວ​ສູງ, ສະ​ຖາ​ບັນ​ການ​ສຶກ​ສາ​ຂອງ​ໄທ​ໄດ້​ສະ​ແຫວງ​ຫາ​ການ​ຮ່ວມ​ມື​ກັບ​ຈີນ​ເລື້ອຍໆ ເພື່ອ​ອົບ​ຮົມ​ສ້າງ​ບຸກ​ຄະ​ລາ​ກອນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ