ມາ​ເລ​ເຊຍ​ຈະ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ວັນ​ທີ 9 ພຶດ​ສະ​ພາ​ໜ້າ​ນີ້
2018-04-11 16:50:47  cri 
ວັນ​ທີ 10 ເມ​ສາ​ນີ້, ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ມາ​ເລ​ເຊຍ​ໄດ້​ຈັດ​ກອງ​ປ​ະ​ຊຸມ​ວິ​ສາ​ມັນ ໂດຍ​ໄດ້​ຕົກ​ລົງ​ຈະ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ວັນ​ທີ 9 ພຶດ​ສະ​ພາ​ໜ້າ​ນີ້ ວັນ​ສະ​ເໜີ​ຊື່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ວັນ​ທີ 28 ເມ​ສາ​ນີ້ ເວ​ລາໃນ​ການ​ຫາ​ສຽງເລືອກ​ຕັ້ງ​ແມ່ນ​ເລີ່ມ​ແຕ່​ວັນ​ທີ 28 ເມ​ສາ​ນີ້​ຫາ​ວັນ​ທີ 8 ພຶດ​ສະ​ພາ​, ລວມທັງ​ໝົດ 11 ວັນ.

ຕາມ​ສະ​ຖິ​ຕິ​ຈາກ​ຄະ​ນະ​ກຳ​ມະ​ການການ​ເລືອກ​ຕັ້ງ,ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ນີ້​ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ລົງທະ​ບຽນ​ແລ້ວປະ​ມານ 14.940.000 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ