ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນ​ການຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ອາຊີ
2018-04-11 16:38:25  cri 
​ມໍ່ໆ​ມາ​ນີ້, ທ່ານ​ສຸຣະກຽດ ສະຖຽນ​ໄທ ​ອະດີດ​ຮອງ​ນາຍົກລັດຖະມົນຕີ​ໄທ, ​ຄະນະ​ມົນຕີເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວກ່ອນຈະ​ເດີນທາງ​​ໄປ​ປະ​ເທດ​ຈີນ​ ​ເພື່ອເຂົ້າ​ຮ່ວມ​ເວ​ທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ວ່າ: ​ໃນ​​ໄລຍະ 40 ປີຜ່ານມາ, ຈີ​ນ​ໄດ້​ຮັບ​ໝາກຜົນ​ອັນ​ຍິ່ງ​ໃຫຍ່​ໃນ​ການປະຕິຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ, ປະ​ເທດ​​ໄທ ​ແລະ​ອື່ນໆຄວນ​ຖອດ​ຖອນ​ບົດຮຽນ​ດ້ານ​ການ​ພັດທະນາຂອງ​ຈີນ. ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນ​ການຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ອາຊີ.

ທ່ານ​ກ່າວ​ຕື່ມ​ວ່າ: ນັບ​ແຕ່​ຈີນ​​ເລີ່​ມປະ​ຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃນ​ປີ 1978 ​ເປັນ​ຕົ້ນ​ມາ ​ໄດ້​ຮັບ​ຄວາມ​ກ້າວໜ້າ​ອັນ​ໃຫຍ່​ຫຼວງ ​ເຊິ່ງ​ເຮັດ​ໃຫ້​ຈຳນວນ​ຜູ້ທຸກ​ຍາກ​ຫຼຸດ​ລົງຢ່າງ​ຫຼວງຫຼາຍ. ທາງ​ດ້ານ​ການ​ປະຕິ​ຮູບຂອງລັດ​ວິ​ສາ​ຫະກິດ​​, ຈີນ​​ມີ​ຄວາມ​ເຂັ້​ມງວດ​ກໍ​ມີ​ການ​ຜ່ອນຄາຍ ​ແລະ​ສາມາດ​ດຳ​ເນີນ​ຢ່າງ​ເໝາະ​ສົມ, ນອກຈາກ​ນີ້, ຈີນ​ກໍ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເຂັ້ມ​ງວດ ​ແລະປະສົບ​ຜົນສຳ​ເລັດ​ເປັນຢ່າງສູງ ​ເຊິ່ງເປັນ​ໜ້າ​ຊົມ​ເຊີຍ​ຂອງ​ໂລກ.

ນອກ​ນີ້, ທ່ານ​ສຸຣະກຽດກໍ​ໄດ້​ຊົມ​ເຊີຍ​ການ​ປະຕິ​ຮູບ​ດ້ານໂຄງ​ປະກອບການສະ​ໜອງຂອງ​ຈີນ ​ແລະ​​ເຫັນ​ວ່າ ​ຈະ​ສາມາດ​ຊຸກຍູ້​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ​ໃຫ້​ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ. ຈີນ​ໄດ້​ສະ​ເໜີ​ທັດສະນະ​ຄະຕິ​ແລະ​ຜະລິດ​ຕະພັນ​ສາທາລະນະ ​ເຊັ່ນ ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ອາຊີ ​ແລະຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ໜຶ່ງ​​​ເສັ້ນທາງ" ​ໃນ​ຂະ​ບວນການ​ພັດທະນາຂອງ​ຕົນ ​ເຊິ່ງ​​ເປັນ​ການເສີມຂະຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ສົ່ງ​ເສີມ​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ອາຊີ ​ແລະ​ກໍ​ເປັນ​ກຳລັງ​ຊຸກ​ດັນ​ຕົ້ນຕໍ​ໃນ​ຂະ​ບວນການ​ໂລກາ​ພິວັດ ທີ່​ເປັນ​ໜ້າ​ຊົມ​ເຊີຍທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ