ພິທີມອບ-ຮັບສະໝາມແຂ່ງຍິງປືນອາວຸດເບົາອາຊຽນກອງທັບປະຊາຊົນລາວ
2018-04-11 14:31:06  cri 

 

ວັນທີ 10 ເມສາ 2018ນີ້, ທີ່ສະໜາມຍິງປືນຫຼັກ 27 ກອງທັບປະຊາຊົນລາວ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີມອບ-ຮັບໂຄງການຊ່ວຍເຫຼືອກໍ່ສ້າງ ສະໜາມແຂ່ງຂັນຍິງປືນອາວຸດເບົາອາຊຽນ ກອງທັບປະຊາຊົນລາວທີ່ຈັດໂດຍກອງທັບປະຊາຊົນລາວ ໂດຍການເປັນປະທານຮ່ວມລະຫວ່າງທ່ານ ພົ.ທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,​ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ຫວາງ ເຫວີນທຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ມີບັນດາການນໍາທັງຝ່າຍລາວແລະຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຫວາງ ເຫວີນທຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ກ່າວວ່າ: ການດໍາເນີນໂຄງການີ້ສໍາເລັດຜົນສະແດງໃຫ້ເຫັນວ່າກອງທັບຈີນໄດ້ສະໜັບສະໜູນການກໍ່ສ້າງທະຫານ ແລະ ຮ່ວມມືກັບກອງທັບປະຊາຊົນລາວ, ທັງເປັນສັນຍາລັກແຫ່ງການຮ່ວມມືມິດຕະພາບລະຫວ່າງກອງທັບຂອງສອງປະເທດ ເຊິ່ງຈະໄດ້ຍົກລະດັບການຮ່ວມມືໃຫ້ສູງຂຶ້ນເລື້ອຍໆ.
ໂຄງການນີ້ຍັງເປັນຂອງຂວັນອັນຈິງໃຈມອບໃຫ້ແກ່ກອງທັບລາວເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດສອງປະເທດຄົບຮອບ 57 ປີ ແລະ ການສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 70 ປີ.

ຝ່າຍຈີນຈະສືບຕໍ່ໃຫ້ຄວາມສໍາຄັນຕໍ່ການຮ່ວມມືຂອງສອງກອງທັບລາວ-ຈີນ, ຈະຊ່ວຍເຫຼືອກອງທັບລາວຕາມຄວາມສາມາດຂອງຕົນຢ່າງສະເໜີຕົ້ນສະເໝີປາຍ ເພື່ອຊຸກຍູ້ມິດຕະພາບອັນເປັນມູນເຊື້ອລາວ-ຈີນ, ພັດທະນາແບບຮອບດ້ານ,ມີປະສິດທິພາບ ແລະ ໝັ້ນຄົງຢ່າງບໍ່ຢຸດຢັ້ງ.

ທ່ານ ພົ.ທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ກ່າວວ່າ: ການສ້າງສະໜາມຍິງປືນໃນຄັ້ງນີ້, ແມ່ນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນ ມິດຕະພາບ, ສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ,​ສອງກອງທັບລາວ-ຈີນ ແລະ ທັງເປັນການຍົກລະດັບຄຸນນະພາບໃນການອົບຮົມຫັດແອບນັກກິລາຍິງປືນຂອງກອງທັບປະຊາຊົນລາວ ໃຫ້ມີຄຸນນະພາບສູງທຽບເທົ່າກັບສາກົນ ແລະ ພາກພື້ນ.

ທ່ານ ພັ.ອ ຫຼິວ ເປິ່ງ ຮອງຫົວໜ້າກົມກໍ່ສ້າງ ກົມຮັບປະກັນພາລາທິການກອງທັບປົດປ່ອຍປະຊາຊົນຈີນ ກ່າວວ່າ: ໂຄງການການຊ່ວຍເຫຼືອສະໜາມແຂ່ງຍິງປືນອາວຸດເບົາອາຊຽນຂອງກອງທັບປະຊາຊົນລາວ ໄດ້ດໍາເນີນການກໍ່ສ້າງຢ່າງຂຸ້ນຂ້ຽວແລະສ້າງສໍາເລັດໃນໄລຍະເວລາພຽງ 15 ເດືອນ, ລວມເນື້ອທີ່ທັງໝົດ 860.000 ຕາແມັດ, ໂດຍປະກອບມີເຂດຍິງປືນ ແລະ ເຂດປະກອບອຸປະກອນ ເຊິ່ງມີເນື້ອທີ່ປະມານ 20.000 ຕາແມັດ, ການກໍ່ສ້າງດັ່ງກ່າວໃຊ້ເວລາ 445 ມື້. ຫຼັງຈາກສະໜາມຍິງປືນແຫ່ງນີ້ໄດ້ເປີດນໍາໃຊ້ກໍ່ຈະເປັນຜົນດີໃນການຝຶກຊ້ອມເພື່ອຍົກລະດັບຄຸນນະພາບດ້ານວິຊາສະເພາະຂອງທະຫານກອງທັບປະຊາຊົນລາວ, ພ້ອມນັ້ນກໍ່ຍັງເປັນການສະໜອງສະຖານທີ່ຮອງຮັບໃຫ້ແກ່ການແຂ່ງຂັນຍິງປືນຂອງ 10 ປະເທດອາຊຽນອີກດ້ວຍ.

ຫຼັງຈາກນັ້ນ, ໄດ້ມີພິທີລົງນາມມອບ-ຮັບໂຄງການດັ່ງກ່າວ, ຕາງໜ້າຝ່າຍລາວໂດຍ ພົ.ທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຕາງໜ້າຝ່າຍຈີນໂດຍ ທ່ານ ຫວາງ ເຫວີນທ່ຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ