ພິທີເຊັນບົດບັນທຶກກອງປະຊຸມປຶກສາຫາລືການປັບປຸງຍົກລະດັບໂຮງໝໍແຂວງຫຼວງພະບາງ ສປປ ລາວ
2018-04-11 14:44:16  cri 
ວັນທີ 10 ເມສາ 2018ນີ້, ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກກອງປະຊຸມປຶກສາຫາລືການປັບປຸງຍົກລະດັບໂຮງໝໍແຂວງຫຼວງພະບາງ ສປປ ລາວ ລະຫວ່າງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ນະຄອນຫຼວງວຽງຈັນ ແລະ ທ່ານ Wang Qihui ທີ່ປຶກສາເສດຖະກິດການຄ້າ ສະຖານທູດຈີນ ປະຈຳລາວ  ມີທ່ານ ດຣ. ເນົາ ບຸດຕາ ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    ເນື້ອໃນຂອງບົດບັນທຶກໄດ້ລະບຸໜ້າຂອງແຕ່ລະຝ່າຍດັ່ງນີ້, ຝ່າຍຈີນຮັບຜິດຊອບ: ສະໜອງເຄື່ອງກົນຈັກ, ອຸປະກອນ ແລະ ວັດສະດຸ ທີ່ຈຳເປັນໃນການປະຕິບັດໂຄງການ. ແຕ່ງຕັ້ງຊ່າງເຕັກນິກວິສະວະກຳຈຳນວນໜຶ່ງທີ່ຈຳເປັນ ມາຈັດຕັ້ງປະຕິບັດໂຄງການຢູ່ລາວ, ພ້ອມທັງດຳເນີນການຕິດຕັ້ງອຸປະກອນເຫຼົ່ານັ້ນ. ສະໜອງອຸປະກອນເຄື່ອງມືການປິ່ນປົວ ແລະ ເຄື່ອງຮັບໃຊ້ພະລາທິການອື່ນໆ. ຮັບຜິດຊອບການກະກຽມກໍ່ສ້າງໂຄງການ. ສະໜອງອຸປະກອນ ຊ່ວຍເສີມ ທີ່ຈຳເປັນ ເພື່ອໃຫ້ບັນລຸໜ້າທີ່ນຳໃຊ້ພື້ນຖານຂອງໂຄງການ. ພາຍຫຼັງສຳເລັດໂຄງການ ແລະ ສົ່ງມອບໃຫ້ ຝ່າຍລາວແລ້ວ, ຝ່າຍຈີນ ຍັງຈະໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອດ້ານເຕັກນິກ ຂອງໂຄງການ ເປັນເວລາ 3 ປີ, ລວມທັງແຕ່ງຕັ້ງວິຊາການ ມາດຳເນີນການຊີ້ນຳທາງດ້ານເຕັກນິກ ແລະ ຈັດຝຶກອົບຮົມໃຫ້ບຸກຄະລາກອນ, ພ້ອມທັງສະໜອງເຄື່ອງອາໄຫຼ່ ແລະ ບຳລຸງຮັກສາ ແກ່ຝ່າຍລາວ.

    ຝ່າຍລາວຮັບຜິດຊອບ: ດຳເນີນການຈັດແຈງສະຖານທີ່, ຮັບຜິດຊອບການກໍ່ສ້າງສິ່ງອຳນວຍຄວາມສະດວກພື້ນຖານໂຄງລ່າງທັງໝົດ. ຮັບຜິດຊອບເຊື່ອມຕໍ່ເສັ້ນທາງ, ທໍ່ນໍ້າປະປາ ແລະ ທໍ່ລະບາຍນໍ້າ, ສາຍໄຟຟ້າ, ອຸປະກອນສື່ສານ ແລະ ໂທລະພາບ ເຂົ້າຫາຈຸດທີ່ສອງຝ່າຍໄດ້ກຳນົດໄວ້ ກ່ອນເລີ່ມຕົ້ນໂຄງການ ເຊັ່ນ: ເອົາສາຍອິນເຕີເນັດໄຍແກ້ວ ຕໍ່ເຂົ້າສູນປິ່ນປົວທາງໄກ, ເອົາສາຍອຸປະກອນສື່ສານ ແລະ ສາຍອິນເຕີເນັດໄຍແກ້ວ ຕໍ່ເຂົ້າສູນຂໍ້ມູນ ແລະ ອື່ນໆ.ຈັດຫາແຫຼ່ງວັດສະດຸ.ຮັບຜິດຊອບຮັບປະກັນຄວາມສະຫງົບ ຢູ່ສະໜາມກໍ່ສ້າງ ແລະ ທີ່ພັກອາໄສ ຂອງຝ່າຍຈີນ.

ພາຍຫຼັງທີ່ໂຄງການປັບປຸງສຳເລັດແລ້ວ, ຕ້ອງຈັດວາງຫ້ອງຜ່າຕັດຄືນສູ່ສະພາບຕາມແບບເດີມ, ດຳເນີນການປັບປຸງຈັດແບ່ງຫ້ອງພະແນກປິ່ນປົວ ແລະ ປັບປຸງອຸປະກອນອຳນວຍຄວາມສະດວກທາງດ້ານພະລາທິການຕ່າງໆ ເຊັ່ນ: ຫ້ອງອາຫານ, ຫ້ອງຊັກເຄື່ອງ ແລະ ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ