ຈັດພິທີແຫ່ແຄນຢ່າງຍິ່ງໃຫຍ່ ທີ່ສຽງແຄນລາວໄດ້ຖືກຮັບຮອງເປັນມໍລະດົກໂລກ
2018-04-11 16:38:21  cri 

ໃນຕອນເຊົ້າວັນທີ 11 ເມສາ 2018ນີ້, ທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດຂະບວນແຫ່ແຄນຢ່າງຍິ່ງໃຫຍ່ ທີ່ສຽງແຄນລາວໄດ້ຖືກຮັບຮອງເຂົ້າເປັນ ມໍລະດົກໂລກ ໂດຍການເປັນກຽດຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖວທ, ທ່ານຮອງລັດຖະມົນຕີ, ຫົວໜ້າກົມ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍເຖົ້າແກ່ແນວໂຮມ, ມວນຊົນຊາວນະຄອນຫຼວງວຽງຈັນ ແລະ ຂະບວນລົດແຫ່ແຄນຈໍານວນ 20 ຄັນເຂົ້າຮ່ວມຢ່າງຄຶກຄື້ນ.

ກ່ອນເລີ່ມພິທີແຫ່ແຄນ, ທ່ານ ທອງໃບ ໂພທິສານ, ຫົວໜ້າກົມມໍລະດົກ ກະຊວງ ຖວທໄດ້ຕາງໜ້າໃຫ້ຂະບວນແຫ່ແຄນລາວກ່າວລາຍງານຕໍ່ອະນຸສາວະລີພະເຈົ້າຟ້າງຸ່ມມະຫາລາດ ອົງວິລະກະສັດຜູ້ຊົງທ້ອນໂຮມແຜ່ນດິນອານາຈັກລ້ານຊ້າງ ເຊິ່ງເປັນຜືນແຜ່ນດິນຖິ່ນກໍາເນີດຂອງສຽງແຄນເຊື້ອຊາດລາວໃຫ້ພະອົງຊົງຮັບຊາບວ່າ: ມື້ນີ້ເປັນມື້ລືກງາມຍາມດີ ແລະ ເປັນມື້ສິລິມຸງຄຸນຍິ່ງ ພວກລູກຫຼານລາວ ແລະ ເຊື້ອຊາດລາວທົ່ວທັງຜືນແຜ່ນດິນຕັ້ງແຕ່ເໜືອຈົນເຖິງໃຕ້ ທັງຢູພາຍໃນ ແລະ ຕ່າງປະເທດ ໄດ້ເຕົ້າໂຮມກັນມາສັກກາລະບູຊາ ສະແດງຄວາມຮູ້ບູນຄຸນ ພ້ອມທັງສະແດງຄວາມພາກພູມໃຈ ຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈ ທີ່ໄດ້ເຮັດສໍາເລັດພາລະກິດອັນມີກຽດສູງສົ່ງຂອງປະເທດຊາດ ແລະ ບັນພະບູລຸດລາວມອບໝາຍໃຫ້ ບັດນີ້ສຽງແຄນລາວ ມໍລະດົກວັດທະນະທໍາອັນລໍ້າຄ່າ ຂອງເຊື້ອຊາດລາວ ໄດ້​ຖືກຮັບຮອງເຂົ້າເປັນມໍລະດົກວັດທະນະທໍານາມມະທໍາຂອງ ມວນມະນຸດຊາດຢ່າງເປັນທາງການແລ້ວ.

ຫຼັງຈາກນັ້ນ, ຂະບວນກໍ່ເລີ່ມແຫ່ຈາກສວນເຈົ້າຟ້າງຸ່ມ ໂດຍຜ່ານຫໍຄໍ, ປະຕູໄຊແລ້ວເຂົ້າວາງພວງມາລາທີ່​ອາ​ນຸ​ສາ​ວະ​ລີນັກຮົບນິລະນາມທີ່​ເດີ່ນພະທາດຫຼວງ. ຈາກນັ້ນ, ກໍ່ແຫ່ໄປຕາມຖະໜົນໂພນເຄັງ, ຕະຫຼອດສາຍທາງທີ່ຂະບວນລົດແລ່ນຜ່ານ ໄດ້ມີມວນຊົນມາສະແດງຄວາມຍິນດີຢ່າງຄຶກຄື້ນ. ຂະບວນລົດໄດ້ມຸ່ງໜ້າສູ່ອານຸສອນສະຖານຂອງທ່ານ ປະທານ ໄກສອນ ພົມວິຫານ, ກ່ອນວາງພວງມາລາ ກໍໄດ້ມີການສະແດງ​ການ​ເປົ່າແຄນຢູ່ຕໍ່ໜ້າອານຸສອນ ທ່ານປະ​ທານ ໄກສອນ ພົມວິຫານ. ຫຼັງຈາກນັ້ນ, ຂະບວນກໍ່ກັບຄືສູ່ຫໍວັດທະນະທໍາແຫ່ງຊາດ.

ໃນຕອນຄໍ່າມື້ດຽວກັນ ກໍ່ຈະມີ ການເລົ່າປະຫວັດກ່ຽວກັບແຄນ, ການສະແດງກ່ຽວກັບສຽງແຄນຈໍານວນ 10 ກວ່າລາຍການ, ຢູ່ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍຈະມີການຖ່າຍທອດສົດທາງໂທລະພາບແຫ່ງຊາດລາວ ເຊິ່ງຈະເລີ່ມແຕ່ເວລາ 19:30 ເປັນຕົ້ນໄປ.

ສໍາລັບສຽງແຄນລາວ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກ ຈາກອົງການອຸຍແນສໂກ ໃນວັນທີ 7 ທັນວາ 2017ທີ່ຜ່ານມາ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ