ທ່ານ​ສີ​ຈິ້​ນ​ຜິງ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ
2018-04-11 16:31:00  cri 

   

    ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະ​ກັບ​ທ່ານ ໂຣ​ດ​ຣິ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິ​ປິບ​ຢູ່​ຫໍ​ຮັບ​ແຂກ​ເມືອງ​ໂປ​ອາວ​ແຂວງ​ໄຫຫຼຳ​ໃນ​ວັນ​ທີ 10 ເມ​ສານີ້.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ສີ​ຈິ້​ນ​ຜິງ ຊີ້​ວ່າ, ນັບ​ແຕ່​ທ່ານ ດູ​ເຕີ​ເຕ ຂຶ້ນ​ຮັບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ເປັນ​ຕົ້ນ​ມາ, ສາຍ​ພົວ​ພັນ​ຈີນ-ຟິ​ລິບ​ປິນ ໄດ້​ເປີດ​ໜ້າ​ໃໝ່. ຈີນ​ຍິນ​ດີ​ຮ່ວມ​ກັບ​ຟິ​ລິບ​ປິນ, ຍຶດ​ໝັ້ນ​ທິ​ດ​ທາງ​ໃຫຍ່​ແຫ່ງ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ກຳ​ນົດ​ເປົ້າໝາຍ​ໃຫຍ່​ແຫ່ງ​ການ​ພັດ​ທະ​ນາ​ພ້ອມ​ກັນ, ເສີ​ມ​ຂະ​ຫຍາຍ​ສະ​ຕິ​ປັນ​ຍາ​ໃຫຍ່​ແຫ່ງ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ ແລະ​ຄ້ຳ​ປະ​ກັນ​ໃຫ້​ສາຍ​ພົວ​ພັນ​ຈີນ-ຟິ​ລິບ​ປິນ​ຂະ​ຫຍາຍ​ໄປ​ຕາມ​ທິດ​ທາງ​ທີ່​ຖືກ​ຕ້ອງ​ຢ່າງ​ປອດ​ໄສ, ໜັກ​ແໜ້ນ​ແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

    ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ, ຍາມ​ໃດ, ຈີນກໍ​ກຳ​ນົດ​ເອົາ​ອາ​ຊຽນ​ເປັນ​ທິດ​ທາງ​ບູ​ລິ​ມະ​ສິດ​ດ້ານ​ການ​ຕ່າງ​ປະ​ເທດ​ກັບ​ປະ​ເທດ​ອ້ອມ​ຂ້າງ, ປີນີ້​​ເປັນ​ປີ​ທີ່​ຈີນ​ແລະ​ອາ​ຊຽນ​ສ້າງ​ຕັ້ງ​​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຄົບ​ຮອບ 15 ປີ ແລະ​ເປັນ​ປີ​ປະ​ດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນ, ຟິ​ລິບ​ປິນ​ຈະ​ໝູນ​ວ​ຽນ​ມາເປັນ​ປະ​ເທດ​ປະ​ສານ​ງານ​ການ​ພົ​ວ​ພັນ​ຈີນ-ອາ​ຊຽນ​, ຈີນ​ຍິນ​ດີ​ຮັດ​ແໜ້ນ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ປະ​ສານ​ສົມ​ທົບ​ກັບ​ຟິ​ລິບ​ປິນ, ຊຸກ​ຍູ້​ການ​ພົວ​ພັນ​ຈີນ-ອາ​ຊຽນ​ແລະ​ການ​ຮ່ວມ​ມື​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດຢັ້ງ.



    ທ່ານ ດູ​ເຕີ​ເຕ ກ່າວ​ວ່າ, ປັດ​ຈຸ​ບັນ, ສາຍ​ພົວ​ພັນ​ຟິ​ລິບ​ປິນ-ຈີນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ. ຟິ​ລິບ​ປິນ​​ຂໍຂອບ​ໃຈ​ຈີນ​ຢ່າງ​ສູງ​ທີ່​ຊ່ວຍ​ເຫຼືອ​ແລະ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ຍົກ​ຄວາມ​ສາ​ມາດ​ໃນ​ການ​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ແລະ​ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ຟິ​ລິບ​ປິນ​ໃຫ້​ສູງ​ຂຶ້ນ. ຟິ​ລິບ​ປິນ​ຍິນ​ດີ​ເຂົ້າ​ຮ່ວມ​ການ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ສະ​ຕະ​ວັດ​ທີ 21 ພ້ອມ​ກັນ​ຢ່າງ​ຕັ້ງ​ໜ້າ, ຮັດ​ແໜ້ນ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ທຸກ​ຂົງ​ເຂດ. ຟິ​ລິບ​ປິນ​ຍິນ​ດີ​ຮ່ວມ​ກັບ​ຈີນ ສືບ​ຕໍ່ພະ​ຍາ​ຍາມ​​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້​ໂດຍ​ຜ່ານ​ການ​ແລກ​ປ່ຽນ​ແລະ​ປຶກ​ສາ​ຫາ​ລື​ກັນ​ລະ​ຫວ່າງ​ສອງ​ຝ່າຍ, ເຮັດ​ໃຫ້​ທະ​ເລ​ຈີນ​ໃຕ້​ກາຍ​ເປັນ​ຂົງ​ເຂດ​​ການຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ຟິ​ລິບ​ປິນ​ຈະ​ເປັນ​ປະ​ເທດ​ປະ​ສານ​ງານ​ການ​ພົວ​ພັນ​ຈີນ-ອາ​ຊຽນ, ຍິນ​ດີ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ໃຫ້​ກ້າວ​ສູ່​ລວງ​ເລິກ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ