ດອກ​ແປະ​ຫະ​ເບັ່ງ​ບານ​ສວຍ​ງາມ​ຢູ່ທົ່ງ​ຫຍ້າ​ນາ​ຣາ​ທີ​ເຂດ​ຊິ່ນ​ຈ່ຽງ
2018-04-11 16:38:20  cri 


ຢູ່​ທົ່ງ​ຫຍ້າ​ນາ​ຣາ​ທີ​ທີ່​ໄດ້​​ຮັບນາມ​ມະ​ຍົດ​ວ່າ "ທົ່ງ​ຫຍ້າກາງ​ຫາວ" ຂອງ​ເຂດ​ຊິ່ນ​ຈ່ຽງ ສ​ປ ຈີນ ມີ​ດອກ​ແປະ​ຫະ​ປ່າ​ຜືນ​ໜຶ່ງ. ຫຼັງ​ເຂົ້າ​ສູ່​ເດືອນ​ເມ​ສາ, ນ້ຳ​ກ້ອນ​ແລະ​ຫິ​ມະ​ຄ່ອຍໆ​ລະ​ລາຍ, ດອກ​ແປະ​ຫະ​ປ່າ​ທີ່​ໄດ້​ດູດ​ຮັບ​ນ້ຳ​ຫິ​ມະ​ນັ້ນ ກໍ​ເບັ່ງ​ບານ​ຢ່າງ​ງຽບໆ. ດອກ​ໄມ້​ຊະ​ນິດນີ້ ຍັງ​ມີ​ຊື່​ວ່າ "ດອກ​ແປະ​ຫະ​ຍອດ" ຫຼື "ດອກ​ແປະ​ຫະ​ນ້ຳ​ກ້ອນ" ຍ້ອນ​ວ່າ​ເບັ່ງ​ບານ​ໃນ​ເວ​ລາ​ແຂ່ງ​ກັບ​ນ້ຳ​ກ້ອນ​ແລະ​ຫິ​ມະ, ແມ່ນດອກ​ໄມ້​ທີ່​ເບັ່ງ​ບານ​ກ່ອນ​ໝູ່​ຢູ່​ທົ່ງ​ຫຍ້າ​ນາ​ຣາ​ທີ. ດອກ​ແປະ​ຫະ​ທີ່​ຢູ່​ຕີນ​ພູ​ຫິ​ມະ​ຜືນນີ້ ໄດ້​ເຮັດ​ໃຫ້​ທົ່ວຮ່ອມ​ພູສວຍ​ສົດ​ງົດ​ງາມ​ຂຶ້ນ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ