ທ່ານ ສີ​ຈິ້ນ​ຜິງ ໂອ້​ລົມ​ກັບ​ຜູ້​ຕາງ​ໜ້າ​ນັກ​ທຸ​ລະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ
2018-04-11 17:14:06  cri 

    ວັນ​ທີ 11 ເມ​ສານີ້, ຢູ່​ໂປ​ອາວ​ແຂວງ​ໄຫຫຼຳ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ໂອ້​ລົມ​ກັບ​ຜູ້​ຕາງໜ້ານັກ​ທຸ​ລະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ປະ​ຈຳ​ປີ 2018 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ, ພວກ​ເຮົາ​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ອະ​ນາ​ຄົດ​ຂອງເສດ​ຖະ​ກິດ​ຈີນ. ທິດ​ທາງ​ຈະ​ຕັດ​ສິນ​ເສັ້ນ​ທາງ, ເສັ້ນ​ທາງ​ຈະ​ຕັດ​ສິນ​ຊາ​ຕາ​ກຳ. ທິດ​ທາງ​ໃຫຍ່​ຂອງ​ຈີນ​ໃນ​ປັດ​ຈຸ​ບັນ​ກໍ​ແມ່ນ​ການ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ "ຄົບ​ຮອບ 100 ປີສອ​ງ​ປະ​ການ". ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່​ອະ​ນາ​ຄົດ. ພວກ​ເຮົາ​ຕ້ອງ​ຕື່ມ​ນ້ຳ​ມັນ​ໃຫ້​ເຕັມ, ຈັບ​ພວງ​ມາ​ໄລ​ຢ່າງ​ໝັ້ນ​ທ່ຽງ ແລະ​ໃຊ້​ກຳ​ລັງ​ແຮງ​ຢ່າງ​ພຽງ​ພໍ, ທຳ​ຄວາມ​ພະ​ຍາ​ຍາມ​ທີ່​ບໍ່​ທຳ​ມະ​ດາ, ຊຸກ​ຍູ້​ເສດ​ຖະ​ກິດ​ຈີນ​ໃນ​ຍຸກ​ໃໝ່​ຈາກ​ການ​ເຕີບ​ໂຕ​ດ້ວຍ​ຄວາມ​ໄວ​ສູງ​ຫັນ​ໄປ​ສູ່​ການ​ພັ​ດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ, ຈາກ​ການ​ເພີ່ມ​ຂຶ້ນ​ດ້ານ​ປະ​ລິ​ມານ​ຫັນ​ໄປ​ສູ່​ການ​ຍົກ​ລະ​ດັບ​ຄຸນ​ນະ​ພາບ, ຈາກ "ການ​ມີຫຼື​ບໍ່​ມີ" ຫັນ​ໄປ​ສູ່ "ຄວາມ​ດີຫຼື​ບໍ່​ດີ". ການ​ປະ​ຕິ​ຮູບ​ຂອງ​ຈີນ​ມີ​ແຕ່​ພວມ​ດຳ​ເນີນ​ຢູ່​ເທົ່າ​ນັ້ນ ແລະ​ບໍ່​ມີມື້​ທີ່​ສິ້ນ​ສຸດ​ລົງ. ພວກ​ເຮົາຕ້ອງ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ບໍ່​ຢຸດຢັ້ງ, ປະ​ຕູ​ທີ່​ເປີດ​ແລ້ວນັ້ນ ຈະ​ບໍ່​ປິດ. ພວກ​ເຮົາ​ຕ້ອງ​ໃຫ້​ລະ​ບອບ​ຍິ່ງ​ພັດ​ທະ​ນາ​ແລະ​ເປັນ​ແບບ​ແຜນກວ່າ​ເກົ່າ, ເຮັດ​ໃຫ້​ການ​ພັດ​ທະ​ນາ​​ມີ​ຄຸນ​ນະ​ພາບຂຶ້ນກວ່າ​ເກົ່າ, ເຮັດ​ໃຫ້​ການ​ບໍ​ລິ​ຫານ​​ມີ​ລະ​ດັບຂຶ້ນ​ກວ່າ​ເກົ່າ, ເຮັດ​ໃຫ້​ປະ​ຊາ​ຊົນ ​ມີ​ຄວາມ​ຮູ້​ສຶກ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດຍິ່ງ​ຂຶ້ນ, ມີ​ຄວາມ​ຜາ​ສຸກ ແລະ​ມີ​ຄວາມ​ປອດ​ໄພຫຼາຍກວ່າ​ເກົ່າ. ພວກ​ເຮົາ​ຕ້ອງ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ປະ​ກອບ​ສ່ວນ​ຂອງ​ຈີນ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ອາ​ຊີ​ກໍ​ຄື​ຂອງ​ໂລກ, ຂະ​ນະ​ດຽວ​ກັນ ກໍ​ຍິນ​ດີ​ຕ້ອນ​ຮັບ​ເພື່ອ​ມາ​ນຳ​ໃຊ້​ໂອ​ກາດ​ທີ່​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ແບ່ງ​ປັນ​ໝາ​ກ​ຜົນ​ແຫ່ງ​ການ​ປະ​ຕິ​ຮູບ, ໄຂ​ປະ​ຕູ​ສູ່​ພາ​ຍນອກ​ແລະ​ການ​ພັດ​ທະ​ນາ​ຂອງ​ຈີນ. ຈີນ​ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ຜ່ອນ​ຍານ​ແລະ​ມີ​ລະ​ບຽບ​ກວ່າ​ເກົ່າ​ໃຫ້​ແກ່​ນັກ​ທຸ​ລະ​ກິດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ. ຫວັງ​ວ່າ, ນັກ​ທຸ​ລະ​ກິດ​ປະ​ເທດ​ຕ່າງໆ ຈະ​ສາ​ມາດ​ສ້າງ​ຜົນ​ງານ​ໃຫຍ່ກວ່າ​ເກົ່າ ແລະ ມີ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຢ່າງ​ໃຫຍ່ຫຼວງກວ່າ​ເກົ່າໃນ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ.

ທ່ານ​ສີ​ຈີ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ, ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ກໍ​ເພື່ອ​ເຮັດ​ໃຫ້​ການ​ປະ​ຕິ​ຮູບ​ແລະ​ການ​ພັດ​ທະ​ນາ​ຂອງ​ຈີນ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ມວນ​ມະ​ນຸດ, ຊຸກ​ຍູ້​​ໃຫ້ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ຕ່າງ​ຝ່າຍ​ຕ່າ​ງ​ມີ​ຜົນ​​ປະ​ໂຫຍດ. ​ທຸກ​ສິ່ງ​ທຸກ​ຢ່າງ​ຂອງຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ​ໄດ້​ໝູນ​ເດີນ​ຢ່າງ​ໂປ່ງ​ໃສ. ຈີນ​ບໍ່​ມີ​ຄວາ​ມ​ຄິດ​ວົງ​ແຄບ, ​ບໍ່​ມີ​ກາ​ນ​ຊື້​ຂາຍ​ທີ່​ຝືນ​ໃຈ​ຜູ້​ອື່ນ. ພວກ​ເຮົາ​ພວມ​ຊຸກ​ຍູ້​ການສ້າງ​ແຜນ​ວາດ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທາງ​ດ້ານ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ, ແລະຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊີ​ຟິກ.

​ນັກ​ທຸ​ລະ​ກິດ 9 ທ່ານ​ເຊັ່ນທ່ານ​ທາ​ນິນ ເຈຍ​ວະ​ຣະ​ນົນ ປະ​ທານ​ທັງ​ເປັນ​ຫົວ​ໜ້າ​ຜູ້​ອຳ​ນວຍ​ການ​​ບໍ​ລິ​ຫານ​ງານ​ກຸ່ມ​ບໍ​ລິ​ສັດ​ ຈະ​ເລີນ​ ໂພກ​ກະ​ພັນ ຂອງ​ໄທ, ​ທ່ານ​ຊີ​ລີ້​ຢົງປະ​ທານກຸ່ມ​ບໍ​ລິ​ສັດ​ຂົນ​ສົ່ງ​ທາງ​ທະ​ເລ​ຈີນ​ຈຳ​ກັດ​ແລະ​ອື່ນໆ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ການ​ໂອ້​ລົມ​​ດັ່ງ​ກ່າວ, ເຂົາ​ເຈົ້າ​ໄດ້​ຕີ​ລາ​ຄາ​​ສູງ​ຕໍ່​ຜົນ​ງານ​ຍິ່ງ​ໃຫຍ່​ທີ່​ໄດ້​ຮັບໃນການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ​ໄດ້ຍ້ອງ​ຍໍ​ການ​ປະ​ກອບ​ສ່ວນ​ທີ່​ພົ້ນ​ເດັ່ນ​ຂອງ​ຈີນ​ໃນ​ການ​ຊຸກ​ຍູ້​​ເຮັດ​ໃຫ້ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ. ນັກ​ທຸ​ລະ​ກິດ​ບັນ​ດາ​ທ່ານກ່າວ​ວ່າ, ມາດ​ຕະ​ການ​ສຳ​ຄັນ​ໃໝ່​ຕ່າງໆ​ທີ່​ປະ​ທານ​ສີ​ຈີ້ນ​ຜິງ​ ເປີດ​ເຜີຍ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ປະ​ຈຳ​ປີ 2018 ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ສຶກເຊີດ​ຊູ​ກຳ​ລັງ​ໃຈ, ໄດ້​ສົ່ງ​ສານ​ຍານ​ທີ່​ຕັ້ງ​ໜ້າ​ຕໍ່​ທົ່ວ​ໂລກ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ຂະ​ບວນ​ການ​ໂລ​ກາ​ພິ​ວັດ. ຄວາມ​ແຮງ​​ໃນການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​​ຂອງ​ຈີນບໍ່​ເຄີຍ​ມີ​ມາ​ກ່ອນ, ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນພາບ​ອະ​ນາ​ຄົດ​ດ້ານ​ການ​ພັດ​ທະ​ນາ​ອັນ​ດີ​ງາມ​ໃຫ້​ແກ່​ທຶນ​ຕ່າງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ພວກ​ທ່ານ​ຍິນ​ດີ​ກຳ​ໂອ​ກາດ​ທີ່​ດີ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ​ເພື່ອ​ໃຫ້​ບໍ​ລິ​ສັດ​ຕົນ​ມີການ​ພັດ​ທະ​ນາ​ຫຼາຍກວ່າ​ເກົ່າ, ແລະ​ຮ່ວມ​ກັນ​ຊຸກ​ຍູ້​ເສດ​ຖະ​ກິດ​​ອາ​ຊີ​ກໍ​ຄື​ຂອງ​ໂລກ​ກ້າວ​ໄປ​ສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

ນັກ​ທຸ​ລະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ 70 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ດັ່ງ​ກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ