ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ບໍ່​ສາ​ມາດຜ່ານ​ຮ່າງ​ມະ​ຕິ​ຕົກ​ລົງ​ກ່ຽວ​ກັບ​ການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ​​ຢູ່​ຊີ​ຣີ
2018-04-12 10:32:36  cri 
ວັນ​ທີ 10 ເມ​ສາ​ນີ້, ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່​ຮ່າງ​ມະ​ຕິ​ຕົກ​ລົງ​ກ່ຽວ​ກັບ​ກົນ​ໄກ​ການກວ​ດ​ກາ​ການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ​​ຢູ່​ຊີ​ຣີ 2 ສະ​ບັບ​ທີ່​ຣັດ​ເຊຍ​ຮ່າງ​ຂຶ້ນ ແລະ​ອາ​ເມ​ລິ​ກາ​ຮ່າງ​ຂຶ້ນ 1 ສະ​ບັບ, ​ເຊິ່ງ​ລ້ວນ​ແຕ່​ບໍ່​​ສາ​ມາດ​ຜ່ານ​ການ​ຮັບ​ຮອງ​ໄດ້.

ທ່ານ ຫວູ​ໄຫ​ທ່າວ ຮອງ​ຜູ້​ຕາງ​ໜ້າ​ຖາ​ວອນຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: ສະ​ພາ​ຄວາມ​ໝັ້ນ​ຄົງ​ໄດ້ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ​ໃນ​ດ້ານ​ການ​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ​ທີ່​ເກີດ​ຂຶ້ນ​ຢູ່​ຊີ​ຣີ,ການ​ຮຽກ​ຮ້ອງ​ໃຫ້​ສ້າງ​ກົນ​ໄກ​ການກວດ​ກາ​ໃໝ່​ແລະ​ສືບ​ສວນ​​ຄວາມ​ຮັບ​ຜິດ​ຊອບ. ບັນ​ດາ​ຝ່າຍ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຄວນ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ກັນ,ຖື​ສະ​ພາ​ຄວາມ​ໝັ້ນ​ຄົງ​ແລະ​ອົງ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີ​ເປັນ​ຊ່ອງ​ທາງຕົ້ນ​ຕໍ​ໃນ​ການ​ແກ້​ໄຂ​ບັນ​ຫາ​ອາ​ວຸດ​ເຄ​ມີ​ຂອງ​ຊີ​ຣີ ແລະ ແກ້​ໄຂ​ບັນ​ຫາ​ຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ການ​ປະ​ສານ​ງານກັບ​ຝ່າຍ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ