ອາ​ເມ​ລິ​ກາ​ກໍ່​ການ​ປະ​ທະ​ກັນ​ດ້ານ​ການ​ຄ້າ​ເປັນ​ການ​ທຳ​ລາຍ​ຕໍ່​ຜູ້​ອື່ນແລະຕົນ​ເອງ
2018-04-12 10:54:46  cri 
​ວັນ​ທີ 11 ເມ​ສາ​ນີ້, ທ່ານ ​ຫຼິວ​ສຽວ​ໝິງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອັງ​ກິດ​ໄດ້​ພິມ​ບົດ​ຄວາມ​ລົງ​ໜັງ​ສື​ພິມແລະ​ເວັບ​ໄຊ The Guardian ເຊິ່ງ​ເປັນ​ສື່ຫຼັກ​ຂອງ​ອັງ​ກິດ.

ທ່ານ ​ຫຼິວ​ສຽວ​ໝິງ ຊີ້​ໃນ​ບົດ​ຄວາມ​ວ່າ: ໃນ​ຫຼາຍ​ມື້​ຜ່ານ​ມາ, ອາ​ເມ​ລິ​ກາ​ໄດ້​ປະ​ກາດໃຊ້​ມາດ​ຕະ​ການ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ທີ່ຖື​ເອົາ​ຈີນ​ເປັນ​ເປົ້າ​ໝາຍ​ຢ່າງ​ຕໍ່​ເນື່ອງ,​ຈີນ​ກໍ່​ຈຳ​ເປັນ​ຕ້ອງວາງ​ມາດ​ຕະ​ການ​ຕໍ່​ຕ້ານ. "ສົງ​ຄາມການ​ຄ້າ" ລະ​ຫວ່າງ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ຈີນ​ແລະ​ອາ​ເມ​ລິ​ກາຕົກ​ຢູ່​ໃນ​ສະ​ພາບ​ທີ່​ໝົ່ນ​ໝອງ. "ສົງ​ຄາມການ​ຄ້າ" ບໍ່​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ແລະ​ບໍ່​ເໝາະ​ສົມກັບ​ກະ​ແສ​ຫຼັກ,ບໍ່​ວ່າ​ຈະ​ເປັນ​ການປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ໂດຍ​ພື້ນ​ຖານ​ແລະ​ຍາວ​ໄກ​ລະ​ຫວ່າ​າງ​ສອງ​ປະ​ເທດ,ຫຼື​​ປົກ​ປັກ​ຮັກ​ສາ​ລະ​ບຽບ​ການ​ການ​ຄ້າ​ສາ​ກົນ ແລະຊຸກ​ຍູ້​ເສດ​ຖະ​ກິດ​ໂລກ​ໃຫ້​​ໂຕ​ເຕີບ​ຢ່າງ​ປອດ​ໃສ,ການກັບ​ຄື​ນ​ສູ່​ການ​ເຈ​ລະ​ຈາ​ແລະ​ປຶກ​ສາ​ຫາ​ລືຄືນ​ໃໝ່​ຈຶ່ງ​ຈະແມ່ນ​ຊ່ອງ​ທາງ​ທີ່​ຖືກ​ຕ້ອງ,​ແລະຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ໄດ້.

ທ່ານ ​ຫຼິວ​ສຽວ​ໝິງ ກ່າວ​ວ່າ: ທ່ານ ໄດ້​ສັງ​ເກດ​ວ່າ, ໃນ​ຫວ່າງ​ມໍ່ໆ​ນີ້, ໂຄ​ສົກ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ກ່າວ​ວ່າ: ສະ​ຫະ​ພາບ​ເອີ​ຣົບ​​ຄັດ​ຄ້ານ​ມາດ​ຕະ​ການ​ການ​ຄ້າ​ທີ່​ຝ່າ​ຝືນ​ລະ​ບຽບ​ຂອງອົງ​ການ​ການ​ຄ້າ​ໂລກ​,ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ບັນ​ດາ​ປະ​ເທດເຊິ່ງ​ລວມ​ທັງ​ອາ​ເມ​ລິ​ກາ​ນັບ​ມື້​ນັບ​ຫຼາຍ​​ກໍ່​ໄດ້​​ຮຽກ​ຮ້ອງ​ຢ່າງ​ຮຸນ​ແຮງເພື່ອ​ຕໍ່​ຕ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ. ທ່ານເຊື່ອ​ໝັ້ນ​ວ່າ, ຂໍ​ພຽງ​ແຕ່​ປະ​ຊາ​ຄົມ​ໂລກ​ສາ​ມັກ​ຄີ​ກັນ,ເດັດ​ດ່ຽວ​ປະ​ຕິ​ບັດ​ຕາມ​ລະ​ບ​ຽບ​ການ​ແລະ​ກົດ​ລະ​ບຽບການ​ຄ້າ​ສາ​ກົນ,ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ,ກໍ່​ຈະ​ສາ​ມາດ​​ກຳ​ຈັດ​ເງົາ​ມືດ​ຂອງ​ສົງ​ຄາມ​ດ້ານ​ການ​ຄ້າ​ໄດ້​ຢ່າງ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ