ທ່ານ ສີ​ຈິ້​ນ​ຜິງ ກ່າວ​ວ່າ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ບໍ່​ແມ່ນ​ກົນ​ອຸ​ບາຍ
2018-04-12 17:32:15  cri 
ໃນ​ເວ​ລາ​ພົບ​ປະ​ກັບ​ຄະ​ນະ​ມົນ​ຕີຊຸດ​ປັດ​ຈຸ​ບັນ​ແລະ​ວ່າ​ທີ່​ຄະ​ນະ​ມົນ​ຕີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ແບບ​ລວມ​ໝູ່​ໃນ​ວັນ​ທີ 11 ເມ​ສາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຊີ້​ວ່າ: "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ບໍ່​ຄື​​ຄຳ​ເວົ້າ​ຂອງ​ບາງ​ຄົນ​ໃນ​ສາ​ກົນ​ວ່າ​ແມ່ນ​ກົນ​ອຸ​ບາຍ​ຂອງ​ຈີນ, ມັນ​ບໍ່​ແມ່ນ​ແຜນ​ການ​ມາ​ແຊ​ລ​ຫຼື The Marshall Plan ຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ກໍ່​ບໍ່​ແມ່ນ​ກົນ​ອຸ​ບາຍ​ຂອງ​ຈີນ​ແຕ່​ຢ່າງ​ໃດ, ຖ້າ​ວ່າ​ມີ​ກໍ່​ຕ້ອງ​ເປັນ​ແຜນ​ການ​ທີ່​ໂປ່ງ​ໃສ,ພວກ​ເຮົາ​ຍຶດ​ຖື​ການ​ປຶກ​ສາ​ຫາ​ລື​,ກໍ່​ສ້າງ​ແລະ​ຊົມ​ໃຊ້​ຮ່ວມ​ກັນ,ຈັດ​ຕັ້ງ​ປະ​ຕິ​ບັດ​ການແລກ​ປ່ຽນນະ​ໂຍ​ບາຍ,ການ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ,ການ​ຄ້າ​ມີ​ຄວາມ​ສະ​ດວກ,ການ​ເຊື່ອມ​ໂຍງ​​ກັນດ້ານ​ທຶນ​ຮອນ ແລະ ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດໃຫ້​ດີ, ສ້າ​ງ​ເວ​ທີ​ໃໝ່​ແຫ່ງ​ກາ​ນ​ຮ່ວມ​ມື​ສາ​ກົນ,ເພີ່ມ​ພະ​ລັງ​ແຮງ​ໃໝ່​​ເຂົ້າ​ໃສ່ການ​ພັດ​ທະ​ນາ​ຮ່ວມ​ກັນ,ເພື່ອ​​ໃຫ້ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ສາ​ມາດສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ແລະ​ປະ​ຊາ​ຊົນໄດ້ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ