ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີຄາດ​ວ່າ​ປີ​ນີ້​ເສດ​ຖະ​ກິດ​ຫ​ວຽດ​ນາມ​ຈະ​ເຕີບ​ໂຕ 7,1%
2018-04-12 16:18:51  cri 
ຕາມ​ບົດ​ລາຍ​ງານ​ຂອງທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ເປີດ​ເຜີຍໃນ​ວັນ​ທີ 11 ເມ​ສາ​ນີ້​ໃຫ້​ຮູ້​ວ່າ, ຄາດ​ວ່າ​ປີ 2018 ເສດ​ຖະ​ກິດ​ຫວຽດ​ນາມ​ຈະ​ເຕີບ​ໂຕ 7,1%, ສູງກວ່າ​ 6,7% ເຊິ່ງ​ເປັນ​ເປົ້າ​ໝາຍ​ເຕີບ​ໂຕ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ​ກຳ​ນົດໃນ​ປີ​ນີ້.

ໃນ​ບົດ​ລາຍ​ງານ "​ຄາດ​ໝາຍ​ການ​ພັດ​ທະ​ນາ​ອາ​ຊີ​ປີ 2018" ທີ່​ທະ​ນາ​ຄານ​ດັ່ງ​ກ່າວ​ເປີດ​ເຜີຍ​​ຄາດ​ວ່າ, ເນື່ອງຈາກ​ກາ​ນ​ລົງ​ທຶນ​ຕ່າງ​ປະ​ເທດ​ໂດຍ​ກົງ​ເພີ່ມ​ຂຶ້ນ, ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ, ຂະ​ແໜງ​ການ​ກະ​ສິ​ກຳ​ພັດ​ທະ​ນາ​ເປັນ​ຢ່າງ​ດີ​ແລະ​ຄວາມ​ຕ້ອງ​ການ​ພາຍ​ໃນ​ເພີ່ມ​ຂຶ້ນ​ແລະ​ປັດ​ໄຈ​ອື່ນໆ, ຄວາມ​ໄວ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຫວຽດ​ນາມ​ຈາກ 6,8% ໃນ​ປີ 2017 ເພີ່ມ​ຂຶ້ນ​ເປັນ 7,1% ໃນ​ປີ 2018, ແຕ່​ຮອດ​ປີ 2019 ອາດ​ຈະ​ຫຼຸດ​ລົງ​ເປັນ 6,8%. ອັດ​ຕາ​ເງິນ​ເຟີ້​ຄາດ​ວ່າ​ຈະ​ຄ່ອຍໆ​ສູງ​ຂຶ້ນ​ແຕ່​ຢູ່​​ໃນລະ​ດັບ​ອ່າວ​ໝັ້ນ​ທ່ຽງ.

ພ້ອມ​ກັນ​ນັ້ນ​ບົດ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ, ຕົ້ນ​ທຶນ​ດ້ານ​ແຮງ​ງານ​ຂອງ​ຫວຽດ​ນາມ​ຕ່ຳ​ມີ​ຜົນ​ດີ​ຕໍ່​ການ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ, ແຕ່​​ສີ​ມື​ແຮງ​ງານຕ່ຳ​ພວມ​ກາຍ​ເປັນ​ສິ່ງ​ກີດ​ຂວາງ​​ໃນ​ການ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ