ບົດ​ລາຍ​ງານ​ຂອງ​ທະ​ນາຄາ​ນພັດທະນາ​ອາຊີ​ລະບຸ​ວ່າ ປີ 2018 ​ເສດຖະກິດ​ຈີນ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນທ່ຽງ
2018-04-12 16:25:04  cri 
ວັນ​ທີ 11 ​ເມສາ​ນີ້, ​ໃນ​ບົດ​ລາຍ​ງານ​ຂອງທະນາຄານ​ພັດ​ທະນາ​ອາຊີ​ລະບຸ​ວ່າ: ​ເນື່ອງ​ຈາກການ​ປະຕິ​ຮູບ​ເສ​ດຖະກິດ, ຄວາມ​ຕ້ອງການ​ພາຍ​ໃນ ​ແລະ​ຕ່າງປະ​ເທດ ກໍ​ຄື​ການ​ພັດທະນາ​ການ​ບໍລິການເສດຖະກິດ​ຈີນຈະ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ​ໝັ້ນທ່ຽງ, ຄາດ​ວ່າ​ຈັງຫວະ​ການ​ເຕີບ​​ໂຕຈະ​ບັນລຸ​ເຖິງ 6,6% ​ໃນ​ປີ 2018 ​ແລະ 6,4% ​ໃນ​ປີ 2019.

ບົດລາຍ​ງານ "ຄາດໝາຍ​ການ​ພັດທະນາ​ອາຊີ​ໃນ​ປີ 2018" ທີ່​​ເປີດ​ເຜີຍໂດຍ​ທະນາຄານ​ພັດທະນາອາ​ຊີ​​ໃນ​ວັນ​ດັ່ງກ່າວໄດ້​ຊີ້​ໃຫ້​ເຫັນ​ວ່າ: ປັດຈຸບັນນີ້, ມາ​ດຕະການ​ປະຕິ​ຮູບ​ເສດຖະກິດຂອງຈີນ ​ເຊັ່ນ: ​ເພີ່ມ​ທະວີ​ການຕິດຕາມ​ຄຸ້ມ​ຄອງການ​ທະນາຄານ, ​ແກ້​ໄຂ​ຄວາມ​ສ່ຽງ​ໜີ້​ສິນ ​ແລະ​​ອື່ນໆ ຈະ​ສ້າງ​ພື້ນຖານ​ໃຫ້​ການ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ​ໝັ້ນ​ທ່ຽງ​ຂອງເສດຖະກິດ​ມະຫາ​ພາກຈີນ​​.

ທະນາຄານ​ພັດທະນາອາຊີ​ຊີ້​ໃຫ້​ເຫັນ​ຕື່ມ​ວ່າ: ​ໃນ​ປີ 2017, ອັດຕາ​ການ​ເພີ່ມ​ຂຶ້ນຂອງ​ການ​ບໍລິການ​ຈີນ​ບັນລຸ​ເຖິງ​ 8%, ​​ແລະ​ຄາດ​ວ່າໃນ​ອະນາຄົດ ການ​ພັດທະນາ​ຂອງ​ການ​ບໍລິການ ​ແລະ​ຄວາມ​​ຕ້ອງການ​ພາຍ​ໃນ ​ແລ​ະຕ່າງ​ປະ​ເທດ​ຈະ​ຊຸກຍູ້​ການ​ເພີ່ມ​ຂຶ້ນຂອງ​ເສດຖະກິດ​ຈີນ​​​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ