ອັດຕາ​ໜີ້​ສິນ​ສາທາລະນະ​ຂອງ​ລັດ​ຖະບານ​ລາວ​ເພີ່ມ​ຂຶ້ນ​ທຸກ​ປີ
2018-04-12 16:26:06  cri 
ວັນ​ທີ 10 ​ເມສາ​ນີ້, ​ບົດ​ລາຍ​ງານຂອງ​ອົງການກອງ​ທຶນ​ເງິນຕາ​ສາກົນ​ລະບຸ​ວ່າ: ​ໃນຊຸມ​ປີຜ່ານມາ, ອັດຕາ​ໜີ້​ສິນ​ສາ​ທາ​ລະນະ ​ແລະ​ຄ້ຳປະກັນ​ສາທາລະນະ​ຂອງ​ລັດຖະບານ​ລາວ​ເພີ່ມ​ຂຶ້ນທຸກປີ, ຈາກ 61,1% ​ໃນ​ປີ 2017 ​ຂຶ້​ນ​ເປັນ 65,3% ​ໃນ​ປີ 2018, ​ແລະຄາດ​ວ່າ​ໃນ​ປີ 2019 ຈະ​ບັນລຸ​ເຖິງ 65,9%, ​ເສດຖະກິດ​ມີ​ທ່າ​ອ່ຽງຫຼຸດ​ລົງ. ບົດ​ລາຍ​ງານ​ຂອງ​ລັດຖະບານ​ລາວ​ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ປີ 2017, ອັດຕາ​ຂຸມ​ການ​ເງິນ​ຂອງ​ລາວ​ບັນລຸ​ເຖິງ 6,52% ຂອງGDP ​ແລະ​ໃນ​ປີ 2018, ລັດຖະບານ​ລາວ​ຈະ​ນຳ​ໃຊ້​ມາ​ດຕະການ​ຫຼາຍ​ຢ່າງ​ ​ເພື່ອ​ຫຼຸດ​ອັດຕາຂຸມ​ການ​ເງິນ​ລົງ​ເປັນ 5%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ