​ເຮືອບິ​ນທະຫານອານ​ເຊ​ລີ​​ຕົກ​ເຮັດ​ໃຫ້ 257 ຄົນ​ເສຍ​ຊີວິດ
2018-04-12 16:27:17  cri 
ກະຊວງ​ປ້ອງ​​ກັນ​ປະ​ເທດ​ອານ​ຊີ​ລີ​​ແຈ້ງ​ໃຫ້​ຮູ້​ວ່າ: ວັນ​ທີ 11 ​ເມສາ​ນີ້, ​ເຮືອບິນ​ທະຫານ​ອານ​ເຊ​ລີ​ລຳ​ໜຶ່ງ​ໄດ້​ຕົກ​ຢູ່​ເຂດ​ບໍລິ​ເວນ​ອ້ອມ​ຂ້າງ​ຖານທັບ​ແຫ່ງ​ໜຶ່ງ​​ຢູ່​ເມືອງ​ບູ​ຟາຣິກ ທາງພາກ​ເໜືອ​ປະ​ເທດ​ອານ​ເຊ​ລີ ​ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 257 ຄົນ.

ທ່ານ​​ໂມ​ຮຳ​​ເມັດ ອາ​ເຊີ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອານ​ເຊ​ລີ​ກ່າວ​ວ່າ: ​ເຮືອບິນລຳດັ່ງກ່າວ​ແມ່ນ​ເຮືອບິນ​ຂົນ​ສົ່ງທະຫານ​ອານ​ເຊ​ລີອິວ-76, ​​ໄດ້​​ເດີນທາງ​ຈາກ​ສະໜາມ​ບິນທະ​ຫານ​ບູ​ຟາຣິກ ​ແລ້ວ​ຕົກລົງ​ທົ່ງ​ນາຫຼັງ​ບິນ​ຂຶ້ນບໍ່ດົນ​ມາ​ນີ້ ​ເຊິ່ງຢູ່​ບໍລິ​ເວນ​ນັ້ນ​ບໍ່​ມີ​ເຮືອນ​ຢູ່​ຂອງ​ປະຊາຊົນ, ​ໄກ​ຈາກ​ນະຄອນຫຼວງ​ອານ​ເຊ​ປະມານ 32 ກິ​ໂລ​ແມັດ. ​ເຮືອບິນ​ລຳດັ່ງ​ກ່າວ​ກຳລັງ​ເດີນທາງ​ໄປ​ແຂວງດິນ​ດຸ​ຟ, ທີ່​ຕັ້ງ​ຢູ່​ຊາຍ​ແດນ​ລະຫວ່າງ​ປະ​ເທດ​ອານ​ເຊ​ລີ ​ແລະ​ມາ​ລົກ​ຕາມ​ແຜນການ ​ເຊິ່ງ​ໄດ້​ບັນທຸກ​ທະຫານ​ລື່ນ 200 ຄົນ.

ສື່​ມວນ​ຊົນ​ອານ​ເຊ​ລີ​ໄດ້​ອ້າງ​ຕາມຖະ​ແຫຼງ​ການ​​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອານ​ເຊ​ລີ​ໂດ​ຍລາຍ​ງານ​ວ່າ: ​ສາ​ເຫດ​ຂອງ​ເຫດການ​ດັ່ງກ່າວ​ຍັງ​ບໍ່​ທັນຊັດ​ເຈນ, ປັດຈຸບັນ​ນີ້, ອົງການ​ທີ່​ກ່ຽວ​ຂ້ອງ​ໄດ້​ເລີ່​ມທຳການ​ສືບສວນ​ຫາ​ສາ​ເຫດ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ