ຈີນ​ ​ແລະ​ຟິລິບ​ປິນ​ເຊັນບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ລົງທຶນ 9,5 ຕື້​​ໂດ​ລາ​
2018-04-12 16:45:49  cri 
ວັນ​ທີ 10 ​ເມສາ​ນີ້, ​​​ວິ​ສາ​ຫະກິດ​ຈີນ ​ແລະ​ຟິລິບ​ປິນ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ການ​ລົງທຶນ​ທີ່​ມີ​ມູນ​ຄ່າ​ປ​ະມານ 9,5 ຕື້​ໂດ​ລາ​ສະຫະລັດໂດຍ​ການ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ​​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ​ໃນ​ໄລຍະ​ເຂົ້າ​ຮ່ວມ​​ເວ​ທີ​ປຶ​ກສາ​ຫາລື​ອາຊີ​​ໂປ​ອາວ, ບົດ​ບັນ​ທຶກ​ເຫຼົ່າ​ນີ້​ຈະ​ສ້າງ​ຕຳ​ແໜ່​ງວຽກ​ເຮັດ​ງານ​ທຳ​ປະມານ 10800 ຕຳ​ແໜ່​ງ.

ທ່ານ​ບາ​ບາ ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ​ອຸດສາຫະກຳ​ຟິລິບ​ປິນ​ໄດ້​ເຊັນ​ຕາງໜ້າ​ຟິລິບ​ປິນລົງ​ນາມ​ໃນ​ບົດ​ບັນທຶກ​ໂດຍການ​ລົງທຶນ​ກວມ​ເອົາ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ກະສິກຳ, ການທ່ອງທ່ຽວ, ອະສັງຫາລິມະ​ຊັບ, ພື້ນຖານ​ໂຄງ​ລ່າງ, ອຸດສາຫະກຳ​ການ​ຜະລິດ, ພະລັງງານ ​ແລະ​ອື່ນໆ. ທ່ານ​ກ່າວ​ວ່າ: ປະທານາ​ທິບໍດີ​ຟິລິບ​ປິນຊົມ​ເຊີຍ​ສັນຍາ​ນີ້​ ​ເຊິ່ງເປັນ​ຂີດ​ໝາຍ​ຂອງ​ສາຍ​ພົວພັນ​ຈີນ-ຟິລິບປິນທີ່​ມີ​ທ່າ​ອ່ຽງຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ.

ກ່ອນ​​ຈະ​ເດີນທາງຢ້ຽມຢາມ​ປະ​ເທ​ດຈີນ​ໃນວັນ​ຈັນ, ​ທ່ານ​​ໂຣດຣີ​ໂກ ດູ​ເຕີ​ເຕ​ໄດ້​ຕີ​ລາຄາ​ສູງ ​ແລະ​ຊົມ​ເຊີຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ເປັນ​ຢ່າງ​ສູງ ​ແລະ​ກ່າວ​ວ່າ ທ່ານ​​ເຄົາລົບ​ນັບຖື​ຜູ້ນຳ​ຈີນ ​ແລະ​ມີຄວາມ​ຕ້ອງການການ​ຊ່ວຍ​ເຫຼືອ​ຈາກ​ຈີນຢ່າງ​ຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ