ປຶ້ມ "ສີ​ຈິ້ນ​ຜິງວ່າ​ດ້ວຍ​ການ​ປົກ​ຄອງ​ປະ​ເທດ" ເຫຼັ້ມ​ທີ 2 ສະ​ບັບຫຼາຍ​ພາ​ສາ ໄດ້​ພິມ​ຈຳ​ໜ່າຍ​ຢູ່​ລອນດອນ​ເປັນ​ຄັ້ງ​ທຳ​ອິດ
2018-04-12 16:19:49  cri 
    ພິ​ທີ​ພິມ​ຈຳ​ໜ່າຍປຶ້ມ "ສີ​ຈິ້ນ​ຜິງວ່າ​ດ້ວຍ​ການ​ປົກ​ຄອງ​ປະ​ເທດ​" ເຫຼັ້ມ​ທີ 2 ສະ​ບັບຫຼາຍ​ພາ​ສາ​ເປັນ​ຄັ້ງ​ທຳ​ອິດ ​ທີ່​ຮ່ວມ​ກັນ​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ, ອົງ​ການ​ພາ​ສາ​ຕ່າງ​ປະ​ເທດ​ຈີນ ແລະ ສະ​ຖານ​ທູດ​ຈີນ​ປະ​ຈຳ​ອັງ​ກິດ ໄດ້​ຈັດ​ຂຶ້ນ​ຢູ່ນະ​ຄອນຫຼວງ​ລອນດອນ ປະ​ເທດອັງ​ກິດ​ໃນ​ວັນ​ທີ 11 ເມ​ສານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ.

    ທ່ານ ລິວ​ສຽວ​ມິງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອັງ​ກິດ ກ່າວ​ວ່າ, ການ​ທີ່​ຈັດ​ພິ​ທີ​ພິມ​ຈຳ​ໜ່າຍ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ລອນດອນນັ້ນ ມີ​ຄວາມ​ໝາຍ​ສຳ​ຄັນ​ແລະ​ເລິກ​ເຊິ່ງ​ຍາວ​ໄກ​ຕໍ່​ການ​ຊຸກ​ຍູ້​ການ​ສົນ​ທະ​ນາ​​ແນວ​ຄິດ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ແລະ​ການ​ຖອດ​ຖອນ​ອາ​ລະ​ຍະ​ທຳລະ​ຫວ່າງ​ຕາ​ເວັນ​ອອກ​ກັບ​ຕາ​ເວັນ​ຕົກ. ຫວັງ​ວ່າ, ສອງ​ຝ່າຍ​ຈະ​ຖື​ກິດ​ຈະ​ກຳ​ຄັ້ງ​ນີ້​ເປັນ​ໂອ​ກາດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ການ​ຖອດ​ຖອນ​ອາ​ລະ​ຍະ​ທຳ​ເຊິ່ງ​ກັນ​ລະ​ກັນ​ຕື່ມ​ອີກ, ພະ​ຍາ​ຍາມ​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ເປັນ​ແບບ​ຢ່າງ​ແຫ່ງ​ການ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ສະ​ເໝີ​ພາບ, ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ ແລະ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ປະ​ເທດ​ໃຫຍ່.

    ທ່ານ ມາ​ຣີ​ໂອ ມົງ​ຕີ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ ກ່າວ​ວ່າ, ປຶ້ມ​ຫົວ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ແນວ​ຄິດ​ການ​ປົກ​ຄອງ​ປະ​ເທດ​ແລະ​ສາຍ​ຕາ​ທົ່ວ​ໂລກ​ຂອງ​ຜູ້​ນຳ​ສູງ​ສຸດ​ຈີນ​ຢ່າງ​ເຕັມ​ສ່ວນ ເຊິ່ງ​ມີ​ຄວາມ​ໝາຍ​ຖອດ​ຖອນບົດ​ຮຽນສ​ຕໍ່​ຜູ້​ອ່ານ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ