ເວ​ທີ​ປຶກ​ສາ​ຫາ​ລື​ນາຍ​ບ້າຍ​ການ​ຮ່ວ​ມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ເຜີຍ​ແຜ່​ຂໍ້​ລິ​ເລີ່ມ​ມາງ​ຊື້
2018-04-12 16:22:00  cri 
    ວັນ​ທີ 11 ເມ​ສານີ້, ເວ​ທີ​ປຶກ​ສາ​ຫາ​ລື​ນາຍ​ບ້ານ​ການ​ຮ່ວ​ມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງທີ່​ຈັດ​ຂຶ້ນ​ໂດຍ​ເມືອງ​ມາງ​ຊື້​ແຂວງ​ຢູນ​ນານ ໄດ້​ເຜີຍ​ແຜ່ "ຂໍ້​ລິ​ເລີມ​ມາງ​ຊື້​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ບ້ານ​ແລະ​ສະ​ຫະ​ກອນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ", ແລະ​ລິ​ເລີ່ມ​ໃຫ້​ສ້າງ​ຕັ້ງ​ສະ​ຫະ​ພັນ​ພັດ​ທະ​ນາ​ບ້ານ​ແລະ​ສະ​ຫະ​ກອນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.

    ໃນ​ໄລ​ຍະ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື, ຜູ້​ຕາງ​ໜ້າ​ບ້ານ, ສະ​ຫະ​ກອນ ແລະວິ​ສາ​ຫະ​ກິດທີ່​ຮ່ວມ​ປະ​ຊຸມ ໄດ້​ເຜີຍ​ແຜ່  "ຂໍ້​ລິ​ເລີມ​ມາງ​ຊື້​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ບ້ານ​ແລະ​ສະ​ຫະ​ກອນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ", ລິ​ເລີ່ມ​ໃຫ້​ນຳ​ໃຊ້​ເວ​ທີ​ສົນ​ທະ​ນາຕ່າງໆ ເຊັ່ນ​ເວ​ທີ​ປຶກ​ສາ​ຫາ​ລື​ນາຍ​ບ້ານ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ເປັນ​ຕົ້ນ, ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ປະ​ສານ​ງານ​ດ້ານ​ນະ​ໂຍ​ບາຍ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ, ການ​ແບ່ງ​ປັນ​ຄວາມ​ຮູ້ ແລະ​ການ​ສ້າງ​ຄວາມ​ສາ​ມາດ ແລະ​ອື່ນໆ.

    ນອກນີ້, ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ, ສະ​ມາ​ຄົມ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ບ້ານ​ແລະ​ສະ​ຫະ​ກອນ​ຈີນ ໄດ້​ລິ​ເລີ່ມ​ໃຫ້​ສ້າງ​ຕັ້ງສະ​ຫະ​ພັນ​ພັດ​ທະ​ນາ​ບ້ານ​ແລະ​ສະ​ຫະ​ກອນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ເຊິ່ງ​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ຕັ້ງ​ໜ້າ​ຈາກ​ຜູ້​ຕາງ​ໜ້າ​ທີ່​ຮ່ວມ​ປະ​ຊຸມ. ສະ​ຫະ​ພັນ​ດັ່ງ​ກ່າວ​ຈະ​ຮັບ​ເອົາ​ສະ​ມາ​ຊິກ​ຜູ້​ຕາງ​ໜ້າ​ບ້ານ, ສະ​ຫະ​ກອນ​ແລະ​ວິ​ສາ​ຫະ​ກິດ​ຂອງ 6 ປະ​ເທດ, ເພື່ອ​ຈະ​ຊຸກ​ຍູ້ການ​ຮ່ວມ​ມື​ລະ​ຫວ່າງ​ບ້ານ-ສະ​ຫະ​ກອນ​ແລະ​ລະ​ຫວ່າງວິ​ສາ​ຫະ​ກິດ​ທີ່​ພົວ​ພັນ​ກັບ​ກະ​ສິ​ກຳ​ໃນ​ພາກ​ພື້ນນັ້ນ ຈາກ​ໂຄງ​ຮ່າງ​ມະ​ໂນ​ພາບ​ຂະ​ຫຍາຍ​ໄປ​ສູ່​ການ​ຮ່ວມ​ມື​ຕົວ​ຈິງ ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາການ​ພົວ​ພັນ​ອັນ​ແໜ້ນ​ແຟ້ນລະ​ຫວ່າງ​ບ້ານ​ແລະ​ສະ​ຫະ​ກອນ​ຂອງ 6 ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ