ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຕົກ​ລົງ​ສະ​ໜັບ​ສະ​ໜູນ​ທົ່ວ​ເກາະ​ໄຫຫຼຳ​ສ້າງ​ເປັນ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ, ສະ​ໜັບ​ສະ​ໜູນ​ໄຫຫຼຳ​ຄົ້ນ​ຄວ້າ​ແລະ​ຊຸກ​ຍູ້​ການ​ສ້າງ​ທ່າ​ກຳ​ປັ່ນ​ການ​ຄ້າ​ເສ​ລີ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ໜັກ​ແໜ້ນ
2018-04-13 21:30:21  cri 
ຕອນບ່າຍວັນທີ 13 ເມ​ສານີ້, ທ່ານ ສີຈິ້ນຜິງ ໄດ້ປະກາດໃນພິ​ທີສະຫຼອງ​ວັນສ້າງຕັ້ງແຂວງໄຫຫຼຳ​ແລະ​ວັນ​ສ້າງ​ຕັ້ງເຂດເສດຖະກິດ
ພິເສດໄຫຫຼຳຄົບຮອບ 30 ປີວ່າ, ສູນກາງພັກກອມມູນິດຈີນ ຕົກລົງສະໜັບສະໜູນທົ່ວເກາະໄຫຫຼຳ ສ້າງເຂດທົດລອງການຄ້າເສລີ,
ສະໜັບສະໜູນໄຫຫຼຳຄົ້ນຄວ້າແລະຊຸກຍູ້ການສ້າງທ່າກຳປັ່ນການຄ້າເສລີທີ່ມີສີສັນພິເສດຂອງຈີນຢ່າງໜັກແໜ້ນ, ວາງນະໂຍບາຍແລະ
ລະບຽບການກ່ຽວກັບທ່າກຳປັ່ນ ການຄ້າເສລີໂດຍແບ່ງເປັນໄລ​ຍະ ແລະຂັ້ນຕອນ. ນີ້ແມ່ນການຕົກລົງທີ່ສຳຄັນທີ່ສຸດຂອງສູນກາງພັກ
ພາຍຫຼັງໄດ້ເລັ່ງສາຍຕາໃສ່ສະພາບລວມທັງພາຍໃນປະ​ເທດແລະສາກົນ, ລົງເລິກຄົ້ນຄວ້າ, ພິຈາລະນາຢ່າງ​ເປັນ​ເອ​ກະ​ພາບ​ກັນແລະ
ວາງແຜນຕາມຫຼັກວິທະຍາສາດ, ​ທັງເປັນນະໂຍບາຍສຳຄັນທີ່ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຈີນ ໃນການເປີດກວ້າງ ການໄຂ
ປະຕູສູ່ພາຍນອກ ແລະຕັ້ງຫນ້າຊຸກຍູ້ເສດຖະກິດໂລກາພິວັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ