ຜູ້​ອຳ​ນວຍ​ການ​ໃຫຍ່​ IMF ກ່າວ​ວ່າ: ບັນ​ດາ​ປະ​ເທດ​ຄວນປາ​ສະ​ຈາກ​ລັດ​ທິ​ປົກ​ປ້ອງທຸກ​ຮູບ​ແບບ
2018-04-13 10:52:51  cri 
ຫວ່າງ​ມໍ່ໆ​ມາ​ນີ້, ທ່ານນາງ ຄ​ຣິ​ສ໌​ຕິນ ລາ​ກາດ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ກ່າວ​ຢູ່​ເຂດບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ວ່າ: ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຈຳ​ກັດ​ການ​ນຳ​ເຂົ້າ​ຈະທຳ​ລາຍ​ຜົ​ນ​ປະ​ໂຫຍດ​ຂອງ​ຄົນ​ທັງ​ຫຼາຍ, ລັດ​ຖະ​ບານ​ຂອງ​ປະ​ເທດຕ່າງໆ​ຄວນປາ​ສະ​ຈາກ​ລັດ​ທິ​ປົກ​ປ້ອງ​​ທຸກ​ຮູບ​ແບບ.

ທ່ານ​ນາງ ລາ​ກາດ​ໄດ້​ກ່າວ​ປາ​ຖະ​ກະ​​ຖາ​ຄັ້ງ​ນີ້​ຢູ່​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຮອບ​ໂລກ​ອາ​ຊີ​​ມະ​ຫາ​ວິ​ທະ​ຍາ​ໄລ​ຮົງ​ກົງ​ຕາມ​ຄຳ​ເຊີນ​ຫຼັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສ​າ​ຫາ​ລື​ອາ​ຊີ​ໂປ​ອາວ. ນາງ​ກ່າວ​ວ່າ: ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ໄດ້​ຍຶດ​ຖື​ທ່າ​ທີ​ທີ່​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ອະ​ນາ​ຄົດ​ຂອງ​ການ​ເຕີບ​ໂຕເສດ​ຖະ​ກິດ,ແຕ່​ທ່າ​ອ່ຽງ​ແຫ່ງ​ການ​ພັດ​ທະ​ນາ​​ນີ້​ຈະ​ຊ້າ​ລົງ. ໃນ​ສະ​ພາບ​ການ​ແບບ​ນີ້, ທ່ານນາງ​ລາ​ກາດ​ໄດ້​ສະ​ເໜີ 3 ທາ​ງ​ອອກ​ດ່ວນ​ໃນ​ປັດ​ຈຸ​ບັນ, ທຳ​ອິດແມ່ນ​ປາ​ສະ​ຈາກ​ລັດ​ທິ​ປົກ​ປ້ອງ ສອງ ເສດ​ຖະ​ກິດ​ໂລກ​ຕ້ອງ​ປ້ອງ​ກັນ​ຄວາມ​ສ່ຽງ​ດ້ານ​ການ​ເງິນ​ແລະ​ການ​ທະ​ນາ​ຄານ ແລະ​ສາມ​, ​ຄວນ​ຊຸກ​ຍູ້​ການ​ເຕີບ​ໂຕ​​ເສດ​ຖະ​ກິດ​ໄລ​ຍະ​ຍາວ​ທີ່​ມີ​ລັກ​ສະ​ນະ​ຍືນ​ຍົງກວ່າ​ເກົ່າ​ພ້ອມ​ທັງ​ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ແກ່​ປະ​ຊາ​ຊົນ​ຫຼາຍກວ່າ​ເກົ່າ. ທ່ານ​ນາງ​ລາ​ກາດ​ກ່າວ​ຕື່ມວ່າ: ​ນີ້​ແມ່ນ​ສິ່ງທ້າ​ທາຍ​ທີ່ສຳ​ຄັນ​ຫຼາຍ,​ປະ​ເທດຕ່າງໆ​ຕ້ອງ​ເພີ່ມທະ​ວີ​​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ແລະ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ ຈຶ່​ງ​ຈະ​ສາ​ມາດ​ຊຸກ​ຍູ້​ສະ​ມັດ​ຖະ​ພາບການ​ຜະ​ລິດ​ແລະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ທີ່​ແຝງ​ຊ້ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ