ກຳ​ປູ​ເຈຍຈະ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ນັກ​ລົງ​ທຶນ
2018-04-13 10:56:05  cri 
ຕອນ​ຄ່ຳ​ວັນ​ທີ 10 ເມ​ສາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ໄດ້​​ຮັບ​ປະ​ທານ​ອາ​ຫານ​ສາ​ມັກ​ຄີ​ກັບ​ຊາວ​ຈີນ​ຢູ່​ກຳ​ປູ​ເຈຍ​ແລະ​ຊາວ​ກຳ​ປູ​ເຈຍ​ເຊື້ອ​ສາຍ​ຈີນ 6.000 ກວ່າ​ຄົນ ແລະ ​ງານ​ມະ​ໂຫລານສະ​ເຫຼີມ​ສະ​ຫຼອງ​ປີ​ໃໝ່​ກຳ​ປູ​ເຈຍ​ແລະໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ເປີດ​ເຜີຍວ່າ, ຈະ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ນັກ​ລົງ​ທຶນ​ຢູ່​ກຳ​ປູ​ເຈຍ​ທັງ​ໝົດ.

ທ່ານ ຮຸນ​ແຊນ ກ່າວ​ວ່າ: ທ່ານ​ຈະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ​ຕົນ,ປົກ​ປັກ​ຮັກ​ສາ​ຄວາມ​ລະບຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ,ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຊາວ​ຈີນ​ຢູ່​ກຳ​ປູ​ເຈຍ ຊາວ​ກຳ​ປູ​ເຈຍ​ເຊື້ອ​ສາຍ​ຈີນ​ກໍ​ຄື​ນັກ​ລົງ​ທຶນ​ທັງ​ໝົດ, ພ້ອມ​ທັງ​ກ່າວ​ວ່າ​ນີ້​ແມ່ນ​ເງື່ອນ​ໄຂ​ໂດຍ​ພື້ນ​ຖານ​ທີ່​ສຸດ​ໃນ​ການ​ດຶງ​ດູດ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໄປ​ລົງ​ທຶນ​ແລະ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ກຳ​ປູ​ເຈຍ. ທ່ານໄດ້ເຫັນ​ວ່າ,ບໍ່​ມີ​ປະ​ເທດ​ໃ​ດ​ຈະ​ສາ​ມາດ​ພັດ​ທະ​ນາ​ພາຍ​ໃນ​ສົງ​ຄາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ