ຣັດ​ເຊຍ​ກ່າວ​ວ່າ: ຜົນ​ສະ​ຫຼຸບ​​ການກວດ​ກາ​ຢາ​ພິດ​ຂອງ​ອົງ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີ​ບໍ່​ສາ​ມາດ​ເຮັດ​ໃຫ້​ຄົນ​ເຊື່ອ​ໄດ້​ຮ້ອຍ​ສ່ວນ​ຮ້ອຍ(100%)
2018-04-13 16:48:58  cri 
ວັນ​ທີ 12 ເມ​ສາ​ນີ້, ທ່ານ ​ອີ​ຣີ​ນາ ຊັກ​ຮາ​​ຣະວາ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ: ຜົນ​ສະ​ຫຼຸບ​ຂອງອົງ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີ​ຫຼັງ ​ກວດ​ກາ​ຕໍ່​ຢາ​ພິດ​ໃນ​ເຫດ​ການອະ​ດີດນັກ​ສືບ​ຣັດ​ເຊຍ​ຖືກ​ພິດ​ນັ້ນ​ບໍ່​ສາ​ມາດ​ເຮັດ​ໃຫ້​ຄົນ​ເຊື່ອໄດ້ 100%.

ວັນ​ທີ 12 ເມ​ສາ​ນີ້, ອົງ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີ​ໄດ້​ປະ​ກາດ​ແຈ້ງ​ການ​ໂດຍ​ກ່າວ​ວ່າ: ອົງ​ການ​ຕົນ​ໄດ້​ສຳ​ເລັດ​ການ​ວິໄຈ​ຕົວ​ຢ່າງ​ຂອງ​ຢາ​ພິດໃນ​ເຫດ​ການ​ຢາ​ພິດ​ເສັ້ນ​ປະ​ສາດ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ຊາ​ລິ​ສ​ບູ​ຣີ​ຂອງ​ອັງ​ກິດ ແລະ​ຮັບ​ຮອງ​ຕໍ່ຜົນ​ການ​ວິ​ໄຈ​ຂອງ​ລັດ​ຖະ​ບານ​ອັງ​ກິດ. ກ່ອນ​ໜ້າ​ນີ້, ລັດ​ຖະ​ບານ​ອັງ​ກິດ​ເວົ້າ​ຢ່າງ​ແນ່ນອນວ່າ: ຢາ​ພິດ​ທີ່ນຳໃຊ້​ໃນ​ເຫດ​ການ​ດັ່ງ​ກ່າວ​ແມ່ນ Novichok ທີ່​ເປັນ​ຢາ​ພິດ​ເຄ​ມີ​ທີ່​ໃຊ້​ໃນ​ທາງ​ການ​ທະ​ຫານ.

ແຕ່​ວ່າ, ແຈ້ງ​ການ​ນີ້ບໍ່​ໄດ້​ບອກຊື່​ແລະ​ໂຄງ​ປະ​ກອບ​ຂອງ​ຢາ​ພິດ​ເຄ​ມີ,ພຽງແຕ່​ກ່າວ​ວ່າ​ໄດ້​ມີ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ໃນ​ບົດ​ລາຍ​ງານ​ບໍ່​ເປີດ​ເຜີຍ​ທີ່​ອົງ​ການ​ນີ້​ສົ່ງ​ໃຫ້​ປະ​ເທດ​ພາ​ຄີ​ທັງ​ໝົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ