ໃນ​ໄຕ​ມາດ​ທີ​ໜຶ່ງ, ການ​ລົງ​ທຶນ​ຂອງປະ​ເທດ​​ ​ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ ​ຕໍ່​ຈີນ​ເພີ່ມ​ຂຶ້ນ​ຫຼາຍກວ່າ 70%
2018-04-13 16:04:10  cri 
ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ຕົວ​ເລກ​ສະ​ຖິ​ຕິ​ໃນ​ວັນ​ທີ 12 ເມ​ສາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ມີ​ນາ​ປີ​ນີ້, ຈີນ​ໄດ້​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ 220 ຕື້ກວ່າ​ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 0,5%. ການ​ລົງ​ທຶນ​ຂອງປະ​ເທດ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ ​ຕໍ່​ຈີນ​ເພີ່ມ​ຂຶ້ນ 76%.

ເບິ່ງ​ຈາກ​ຂະ​ແໜງ​ການ​​ຕ່າງໆ​ທີ່​ສາ​ມາດດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ໃນ​ໄຕ​ມາດ​ທີ​ໜຶ່ງ​ແລ້ວ​ເຫັນ​ວ່າ, ຂະ​ແໜງ​ການ​ຜະ​ລິດ​ທີ່​ມີ​ເຕັກ​ນິກ​ສູງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ສູງ​ສົມ​ຄວນ, ​ໂດຍ​ເພີ່ມ​ຂຶ້ນ 66% ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານມ​າ​. ໃນ​ນັ້ນ, ການ​ລົງ​ທຶນ​ຕໍ່​ຂະ​ແໜງ​ການ​ຜະ​ລິດ​ ​ຢາ, ຂະ​ແໜງ​ການ​ຜະ​ລິດ​ເຄື່ອງ​ເອ​ເລັກ​ໂຕຼນິກ​ແລະ​ສື່​ສານ​ໂທ​ລະ​ຄົມ, ຂະ​ແໜງ​ການ​ຜະ​ລິດ​ຄອມ​ພິວ​ເຕີ​ແລະອຸ​ປະ​ກອນ​ໃຊ້​ຫ້ອງ​ການ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ​ແລະເບິ່ງ​ຈາກ​ແຫຼ່ງ​ທຶນ​ແລ້ວເຫັນ​ວ່າ, ການ​ລົງ​ທຶນ​ຕໍ່​ຈີນ​ຈາກ​ປະ​ເທດ​ສິງ​ກະ​ໂປ, ສ ເກົາ​ຫຼີ, ຍີ່​ປຸ່ນ, ອັງ​ກິດ, ເຢຍ​ລະ​ມັນ​ແລະ​ປະ​ເທດ​ອື່ນໆ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຊັດ​ເຈນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ