ນາ​ຍົກ​ເຢຍ​ລະ​ມັນ​ກ່າວ​ວ່າ​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຕໍ່​ຊີ​ຣີ
2018-04-13 16:06:41  cri 
ທ່ານ​ນາງ​ແອ​ງ​ເຈີ​ລາ ​ເມີ​ແຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ກ່າວ​ວ່າ, ປະ​ເທດ​ຕົນ​ກ່າວ​ປະ​ນາມ​ການ​ກະ​ທຳ​ໃດໆ​ທີ່​ໃຊ້​ອາ​ວຸດ​ເຄ​ມີ, ແຕ່​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຕໍ່​ຊີ​ຣີ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ອາດ​ຈະ​ປະ​ຕິ​ບັດ​ໃນ​ອະ​ນາ​ຄົດ.

​ຂ່າວ​ແຈ້ງວ່າ​ຫວ່າງ​ບໍ່​ດົນນີ້​ໄດ້​ເກີດ​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ​ຢູ່​ເຂດ​ກູ​ຕາ​ຕາ​ເວັນ​ອອກ​​ນະ​ຄອນ​ຫຼວງ​ດາມັ​ສ​ປະ​ເທດ​ຊີ​ຣີ. ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 9 ເມ​ສາ​ນີ້​ວ່າ, ປະ​ເທດ​ຕົນ​ມີ​ວິ​ທີ​ຮັບ​ມື​ຫຼາຍ​ຢ່າງ​ດ້ານ​ການ​​ທະ​ຫານ, ແລະ​ຈະ​ຕັດ​ສິນ​ໃຈຕອບ​​ໂຕ້​ແນວ​ໃດ​ພາຍ​ໃນ​ເວ​ລາ 24 ຫາ 48 ຊົ່ວ​ໂມງ. ວັນ​ທີ 11 ເມ​ສາ​ນີ້, ທ່ານ​ທ​ຣຳ​ໄດ້​ຂົ່ມ​ຂູ່​ຈະ​ໃຊ້​ກຳ​ລັງ​ອາ​ວຸດ​ຕໍ່​ຊີ​ຣີ​ອີກ​ຄັ້ງ​ໜຶ່ງ, ແລະ​ວາງ​ແຜນ​ຈະ​ໃຫ້​ມີການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຮ່ວມ​ກັບ​ອັງ​ກິດ​ແລະ​ຝ​ລັ່ງ.

ກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 11 ເມ​ສາ​ນີ້​ໂດຍຊີ້​ໃຫ້​ເຫັນ​ວ່າ, "​ເຫດການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ" ທີ່​ບໍ່​ມີ​ຫຼັກ​ຖານ​ແຕ່​ຢ່າງ​ໃດ​ພຽງ​ແຕ່​ເປັນ​​ຂໍ້​ອ້າງ​ທີ່​ອາ​ເມ​ລິ​ກາ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຕໍ່​ຊີ​ຣີເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ