​ໂຄສົກ​ອົງການ​ການ​ຄ້າ​ໂລກຕີ​ລາຄາ​ສູງ​ຕໍ່ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ເວທີ​ປຶກສາ​ຫາລື​ອາຊີໂປ​ອາວ
2018-04-13 16:29:53  cri 
ວັນ​ທີ 12 ​ເມສາ​ນີ້, ທ່ານ​ເກສ ​ຣອກ​ແວວ ​ໂຄສົກ​ອົງການ​ການ​ຄ້າ​ໂລກ​​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ​: ທ່ານ​ໄດ້ຕີ​ລາຄາ​ສູງ​ຕໍ່​ມາດ​ຕະການ​ເປີດ​ກວ້າງ​ການ​​ເປີດ​ປະຕູ​ສູ່​ພາຍ​ນອກ​​​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ທີ່​ກ່າວໃນ​ເວ​ທີ​ປຶ​ກສາ​ຫາລືອາຊີ​ໂປ​ອາວ.

ທ່ານ​ກ່າວ​ຕື່ມ​ວ່າ: ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​​​ເຮັດ​ໃຫ້​ທຸກ​ຄົນຮູ້ສຶກ​ເຊີດ​ຊູ​ກຳລັງ​ໃຈ. ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນ​ອົງການ​ກາ​ນຄ້າ​ໂລກ, ສະ​ນັ້ນ, ​ເມື່ອປະ​ມຸກ​ລັດ​ຂອງ​ປະ​ເທດຈີນ​ໄດ້​ທັດສະນະ​ແບບ​ນີ້​ກໍ​ເຮັດ​ໃຫ້​ຮູ້ສຶກ​ເຊິ​ດຊູ​ກຳລັງ​ໃຈ​ຢ່າງ​ຍິ່ງ, ຫວັງ​ວ່າ​ມາດ​ຕະການ​ນີ້ຈະ​ສາມາດ​ປັບປຸງ​ສະຖານະ​ການ​ໃນ​ປັດຈຸບັນ ​ແລະ​ຊ່ວຍ​ເຫຼືອ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງລະຫວ່າງ​ສະມາຊິກ​ຕົ້ນຕໍຂອງ​ອົງການ​ກາ​ນຄ້າ​ໂລກ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ