ການ​ຍົກ​ລະດັບຂໍ້​ຂັດ​ແຍ້​ງການ​ຄ້າອາດ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ຄ້າ​ໂລ​ກ
2018-04-13 16:31:05  cri 
​ອົງການ​ການ​ຄ້າ​ໂລກ​ໄດ້​ເປີດ​ເຜີຍ​ບົດລາຍ​ງານ ໃນວັນ​ທີ 12 ​ເມສາ​ນີ້​ວ່າ: ຄາດ​ວ່າ​ປີ​ນີ້​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ມູນ​ຄ່າ​ການ​ຄ້າ​ໂລກ​ຈະ​ບັນລຸ 4,4%, ​ແຕ່​ຂໍ້​ຂັດ​ແຍ້​ງການ​ຄ້າ​ລະຫວ່າງບາງ​ກຸ່ມ​ເສດຖະກິດອາດ​​ເພີ່​ມຂຶ້ນ ​ເຊິ່ງຈະ​ສ້າງ​ຄວາມບໍ່​ແນ່ນອນ​ຕໍ່​ການ​ຄ້າ​ໃນ​ອະນາຄົດ​. ຂະນະ​ດຽວກັນ, ບົດ​ລາຍ​ງານ​​​ໄດ້​ຢືນຢັນ​ບົດບາດ​ອັນ​ຕັ້ງໜ້າ​​ຂອງ​ການ​ປະຕິ​ຮູ້​ບຂອງ​ຈີນ​ທີ່​ມີ​ຕໍ່​ການ​ຄ້າ​ໂລກ​.

​ໃນ​ວັນ​ດັ່ງກ່າວ, ອົງການ​ກາ​ນຄ້າ​ໂລກ​ໄດ້​​ເປີດ​ເຜີຍ​ບົດ​ລາຍ​ງານ "ການຄາດໝາຍ​​ ​ແລະ​ຕົວ​​ເລກ​ຂໍ້​ມູນກາ​ນຄ້າ​ໂລກ" ​ໂດຍຍົກ​ສູງລະດັບ​ຄາດໝາຍ​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ມູນ​ຄ່າ​ການ​ຄ້າ​ໂລກ​ຈາກ 3,2% ​ຂຶ້ນ​ເປັນ 4,4% ​ແລະ​ຄາດ​ວ່າ​ໃນ​ປີ 2019 ຈັງຫວະ​ການ​ເຕີບ​ໂຕ​ຂອງ​ກາ​ນຄ້າ​ໂລກ​ຈະ​ບັນ​ລຸ​ເຖິງ 4%.

ນອກຈາກ​ນີ້, ບົດ​ລາຍ​ງານ​ຍັງ​ຊີ້​​ໃຫ້​ເຫັນ​ວ່າ: ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ​ຈີນ​ມີ​ຜົນ​ດີ​ຕໍ່​ການ​ຄ້າ​ໂລກ. ອົງການ​ການ​ຄ້າ​ໂລກ​ຄາດ​ຄະ​ແນ​ວ່າ: ​ເສດຖະກິດ​ຈີນ​ຕົ້ນຕໍ​ອາ​ໄສການ​ລົງທຶນ​ຫັນ​ໄປ​ສູ່​ການ​ອາ​ໄສ​ການ​ບໍລິ​ໂພ​ກ ​​ເມື່ອ​​ເບິ່ງ​ຈາກ​ໄລຍະ​ຍາວ​ແລ້ວ​ເຫັນ​ວ່າມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດແບບ​ຍືນ​ຍົງ ​ແລະ​ຈະ​ເປັນ​ການ​ສະໜັບສະໜູນ​ການ​​ເຕີບ​ໂຕຂອງ​ການ​ຄ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ