ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມ​ການ​ສວນ​ສະ​ໜາມ​ເທິງ​ທະ​ເລ​ຢູ່​ທະ​ເລ​ຈີນ​ໃຕ້
2018-04-13 16:09:29  cri 

    ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ໄດ້​ຈັດ​ການ​ສວນ​ສະ​ໜາມ​ເທິງ​ທະ​ເລ​ຢ່າງ​ຄຶກ​ຄື້ນ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ໃນ​ຕອນ​ເຊົ້າ​ວັນ​ທີ 12 ເມ​ສານີ້ ເພື່ອ​ສະ​ແດງ​ໂສມ​ໜ້າ​ໃໝ່​ຂອງກອງ​ທັບ​ເຮືອ​ປະ​ຊ​າ​ຊົນ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ໄດ້​ກວດ​ແຖວກອງ​ທະ​ຫານ ແລະ ກ່າວ​ປາ​ໄສ​ສຳ​ຄັນ ໂດຍ​ເນັ້ນ​ວ່າ, ໃນ​ຂະ​ບວນ​ການ​ຍຸກ​ໃໝ່, ໃນ​ການ​ສູ້​ຮົບ​ເພື່ອ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຄືນ​ໃໝ່​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ, ໜ້າ​ທີ່​ການ​ສ້າງກອງ​ທັບ​ເຮືອ​ປະ​ຊາ​ຊົນ​ທີ່​ເຂັ້ມ​ແຂງນັ້ນ ບໍ່​ເຄີຍ​ຮີບ​ດ່ວນ​ຄື​ຊູ່ມື້ນີ້. ຕ້ອງ​ຜັນ​ຂະ​ຫຍາຍ​ແນວ​ຄິດ​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ຂອງ​ພັກ​ໃນ​ຍຸກ​ໃໝ່​ຢ່າງ​ເລິກ​ເຊິ່ງ, ຍຶດ​ໝັ້ນ​ການ​ສ້າງກອງ​ທັບ​ດ້ວຍ​ການ​ເມືອງ, ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງກອງ​ທັບ​ດ້ວຍ​ການ​ປະ​ຕິ​ຮູບ, ການ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງກອງ​ທັບ​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ການ​ປົກ​ຄອງກອງ​ທັບ​ຕາມ​ກົດ​ໝາຍ, ເລັ່ງ​ລັດ​ຂະ​ບວນ​ການ​ຫັນ​ກອງ​ທັບ​ເຮືອ​ໃຫ້​ທັນ​ສະ​ໄໝ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຊ່າງ​ປະ​ດິດ​ສ້າງ​ໃໝ່, ກ້າ​ລື່ນ​ກາຍ​ຄົນ​ຮຸ່ນ​ກ່ອນ, ພະ​ຍາ​ຍາມ​ສ້າງກອງ​ທັບ​ເຮືອ​ປະ​ຊາ​ຊົນ​ໃຫ້​ເປັນ​ກອງ​ທັບ​ເຮືອ​ລະ​ດັບ​ໜຶ່ງ​ໃນ​ໂລກ​ຢ່າງ​ຮອບ​ດ້ານ.

    ຫຼັງ​ຈາກ​ການ​ສວນ​ສະ​ໜາມ​ສິ້ນ​ສຸດ​ລົງ​ແລ້ວ, ທ່ານ ສີ​ຈິ້ນ​ຜິງ ໄດ້​ກວດ​ກາ​ສະ​ພາບ​ການ​ຝຶກ​ຊ້ອມ​ການ​ບິນ​ຂອງ​ຍົນຮົບ J-15 ຢູ່​ເທິງ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນລຽວ​ນິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ