ມື້​ທຳ​ອິດ​ໃນ 7 ມື້​ອັນ​ຕະ​ລາຍ​ໃນ​ໄລ​ຍະ​ບຸນ​ຫົດ​ນ້ຳ​ຂອງ​ໄທ 39 ຄົນ​ເສຍ​ຊີ​ວິດ​ໃນ​ອຸ​ບັດ​ເຫດ​​ທາງ​ຖະ​ໜົນ
2018-04-13 16:11:30  cri 
    ວັນ​ທີ 12 ເມ​ສານີ້, ພາກ​ສ່ວນ​ປ້ອງ​ກັນ​ແລະ​​ບັນ​ເທົາໄພ​ຂອງ​ໄທ​ກ່າວ​ວ່າ, ໃນ​ມື້​ທຳ​ອິດ​ຄື​ວັນ​ທີ 11 ເມ​ສານີ້​ໃນ 7 ມື້​ອັນ​ຕະ​ລາຍ​ໃນ​​ໄລ​ຍະ​ບຸນ​ຫົດ​ນ້ຳ​ປີນີ້, ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ໄດ້​ເກີດ​ອຸ​ບັດ​ເຫດ​​ທາງ​ຖະ​ໜົນ 447 ​ລາຍ ເປັນ​ເຫດ​ເຮັ​ດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ 39 ຄົນ ແລະບາດ​ເຈັບ 461 ຄົນ​.

    ຕາມ​ຂໍ້​ມູນ, ການ​ຂັບ​ລົດຫຼັງ​ກິນ​ເຫຼົ້າ ຍັງ​​ແມ່ນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ເກີດ​ອຸ​ບັດ​ເຫດ ເຊິ່ງກ​ວມຫຼາຍກວ່າ 40% ຂອງ​ອຸ​ບັດ​ເຫດ​ທັງ​ໝົດ​ໃນ​ມື້​ທຳ​ອິດ, ຖັດ​ມາ​ແມ່ນ​ການ​ຂັບ​ລົດ​ດ້ວຍຄວາມ​ໄວ​ທີ່​​ເກີນ​ກຳ​ນົດ ເຊິ່ງກວມ 26,62%.

    ໃນ​ມື້​​ທຳ​ອິດນີ້, ໃນ​ທົ່ວ​ປະ​ເທດ​ມີ 3300 ກວ່າ​ຄົນ​​ໄດ້ຖືກ​ກັກ​ຕົວ​ຍ້ອນ​ເມົາເຫຼົ້າຂັບ​ຂີ່.

    ໃນ 7 ມື້​ອັນ​ຕະ​ລາຍ​ບຸນ​ຫົດ​ນ້ຳ​ປີ​ຜ່ານ​ມາ, ທົ່ວ​ປະ​ເທດ​ໄທ​ໄດ້​ເກີດ​ອຸ​ບັດ​ເຫດ​ທາງ​ຖະ​ໜົນ 3690 ​ລາຍ, ​ເຮັດ​ໃຫ້ມີ​ຜູ້ເສຍ​ຊີ​ວິດ 390 ຄົນ ແລະ ​ບາດ​ເຈັບ 3800 ກວ່າ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ