ການ​ເຊື່ອມ​ຈອດ​ກັນ​ດ້ານ​ການ​ບໍ​ລິ​ການ​ການ​ທະ​ນາ​ຄານໄດ້​ກາຍ​ເປັນ​ຂົງ​ເຂດ​ຈຸດ​ໜັກ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ​ສິງ​ກະ​ໂປ-ຈີນ
2018-04-13 16:13:34  cri 
    ທ່ານ ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ສິງ​ກະ​ໂປ ໄດ້​ກ່າວ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື "ເຂົ້າ​ໃຈອາ​ຊີ" ຈີນ​ DBS 2018 ຢູ່​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ​ຈີນ​ເມື່ອ​ວັນ​ທີ 12 ເມ​ສານີ້​ວ່າ, ການ​ເຊື່ອມ​ຈອດ​ກັນ​ດ້ານ​ການ​ບໍ​ລິ​ການ​ການ​ທະ​ນາ​ຄານ ໄດ້​ກາຍ​ເປັນ​ຂົງ​ເຂດ​ຈຸດ​ໜັກ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ​ສິງ​ກະ​ໂປ-ຈີນ, ສິງ​ກະ​ໂປ​ສະ​ໜັບ​ສະ​ໜູນ​ການ​ຫັນ​ເງິນຢວນ​ຈີນ​ໃຫ້​ເປັນ​ເງິນ​ຕາ​ສາ​ກົນ​ຢ່າງ​ແຂງ​ແຮງ, ສ່ວນ​ໂຄງ​ການ​ຮ່ວມ​ມື​ສອງ​ຝ່າຍ​ແລະ​ພາກ​ພື້ນ​ຈຳ​ນວນ​ໜຶ່ງ​ທີ່​ສອງ​ປະ​ເທດ​ສິງ​ກະ​ໂປ-ຈີນ​ຮ່ວມ​ກັນ​ຊຸກ​ຍູ້ນັ້ນ ຈະ​ສ້າງ​ໂອ​ກາດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ແລະ​ພາ​ກ​ພື້ນ​ອາ​ຊີ​ຫຼາຍກວ່າ​ເກົ່າ.

   ທ່ານ ລີ​ຊຽນ​ລົງ ກ່າວ​ຕື່ມ​ວ່າ, ຈີນ​ເປັນ​ຄູ່​ການ​ຄ້າແລະ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ທີ່​ໃຫຍ່​ທີ່​ສຸດຂອງ​ສິງ​ກະ​ໂປ, ແລະ​ສິງ​ກະ​ໂປ​ກໍ​ໄດ້​ກາຍ​ເປັນ​ແຫຼ່ງ​ທຶນ​ຕ່າງງ​ປະ​ເທດ​ທີ່​ໃຫຍ່​ທີ່​ສຸດຂອງ​ຈີນ ແລະ​ເປັນ​ໜຶ່ງ​ໃນ​ສູນ​ຊຳ​ລະ​ສະ​ສາງ​ເງິນຢວນ​ຈີນ​ຢູ່​ຕ່າງ​ປະ​ເທດ​ທີ່​ໃຫຍ່​ທີ່​ສຸດ. ເລີ່ມ​ແຕ່​ເດືອນ​ມິ​ຖຸ​ນາ​ປີ 2016 ເປັນ​ຕົ້ນ​ມາ, ອົງ​ການ​ຄຸ້ມ​ຄອງ​ການ​ທະ​ນາ​ຄານ​ສິງ​ກະ​ໂປ​ໄດ້​ຈັດ​ເອົາ​ເງິນຢວນ​ຈີນ​ເຂົ້າ​ໃນ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ທາງ​ການ​ສິງ​ກະ​ໂປ, "ນີ້​ບໍ່​ພຽງ​ແຕ່​ເປັນ​ການ​ຢືນ​ຢັນ​ຕໍ່​ຄວາມ​ສຳ​ຄັນ​ຂອງ​ເງິນຢວນ​ຈີນ​ເທົ່າ​ນັ້ນ, ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ຂອງ​ພວກ​ເຮົາ​ຕໍ່​ອະ​ນາ​ຄົດ​ຂອງ​ເງິນຢວນ​ຈີນ."

    ທ່ານ ລີ​ຊຽນ​ລົງ ກ່າວ​ເປັນ​ພິ​ເສດ​ວ່າ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​ສອງ​ປະ​ເທດ​ສິງ​ກະ​ໂປ​ແລະ​ຈີນ​ກໍ​ໄດ້​ກ້າວ​ໄປ​ໜ້າ​ພ້ອມ​ກັບ​ຍຸກ​ສະ​ໄໝ ເຊິ່ງ​ສາ​ມາດ​ປະ​ສານ​ສົມ​ທົບ​ກັນ​ໂດຍ​ອີງ​ຕາມ​ຄວາມ​ຕ້ອງ​ການ​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ຕ່າງ​ກັນ​ແລະ​ທ່າ​ແຮງ​ຂອງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ