ລົດ​ຊາດ​ເຂົ້າ​ໜົມ​ດັ້ງ​ເດີມ ລົດ​ຊາດໄວ​ເດັກ​
2018-04-13 16:20:03  cri 

ໂຮງ​ຈັກ​ຜະ​ລິດ​ເຂົ້າ​ໜົມ​ຄອບ​ຄົວ​ກ່າວ​ກຸ່ມ​ບ້ານ​ມ໋າ​ສາງ​ເມືອງ​ຊວນ​ຈ່ຽວ​ແຂວງ​ອ່ານ​ຮຸ່ຍ ສ​ປ ຈີນ ໄດ້​ຜະ​ລິດ​ເຂົ້າ​ໜົມ​ຂົ້ວ​ເຂົ້າ​ກັບ​ນ້ຳ​ຕາມ​ແບບດັ້ງ​ເດີມ​ມາ​ຫຼາຍ​ປີ​ແລ້ວ, ປັດ​ຈຸບັນ, ຜູ້​ສືບ​ທອດ​ສີ​ມື​ດັ່ງ​ກ່າວ​ແມ່ນ​ທ່ານ ກ່າວ​ນຽນ​ເກິ່ງ ທີ່​ປີນີ້​ອາ​ຍຸ 57 ປີ. ການ​ຜະ​ລິດ​ເຂົ້າ​ໜົມ​ຂົ້ວ​ເຂົ້າ​ກັບ​ນ້ຳ​ຕານດັ້ງ​ເດີມ​ມີ 8 ຂັ້ນ​ຕອນ​ເຊັ່ນ: ຊອຍ​ເປັນ​ແຜ່ນ, ຕົ້ມ​ດ້ວຍ​ນ້ຳ, ຄົນ ແລະ ຂ້ຽວ​ເປັນ​ຕົ້ນ, ເຂົ້າ​ໜົມ​ຊະ​ນິດນີ້ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບຫຼາຍ​ຢູ່​ທ້ອງ​ຖິ່ນ​ດັ່ງ​ກ່າວ. ທ່ານ ກ່າວ​ນຽນ​ເກິ່ງ ກ່າວ​ວ່າ, ເຂົ້າ​ໜົມ​ນີ້​ແມ່ນ​ຄວາມ​ຊົງ​ຈຳ​ຂອງຫຼາຍໆ​ຄົນ​ໃນ​ຍາມ​ເປັນ​ເດັກ​ນ້ອຍ, ທ່ານ​ຈະ​ຜະ​ລິດ​ຕໍ່​ໄປ​ເພື່​ອ​ປົກ​ປ້ອງ​ລົດ​ຊາດ​ເຂົ້າ​ໜົມ​ດ້ວຍ​ສອງ​ມື​ຕົນ​ເອງ.


1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ