ທ່ານ​ໂດ​ນັນ ທ​ຣຳປະ​ກາດ​ເປີດ​ບັ້ນ​ໂຈມ​ຕີ​ຊີ​ຣີທາງ​ການ​ທະ​ຫານ
2018-04-14 10:28:21  cri 
ຕອນ​ຄ່ຳ​ວັນ​ທີ 13 ເມ​ສາ​ນີ້, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ປະ​ກາດ​ວ່າ, ກອງ​ທັບ​ປະ​ສົມ​ອາ​ເມ​ລິ​ກາ ອັງ​ກິດ​ແລະ​ຝ​ຣັ່ງ​ໄດ້​​ເປີດ​ບັ້ນໂຈມ​ຕີ​ແມ່ນ​ຢຳຕໍ່​ສິ່ງ​ກໍ່​ສ້າງ​ການ​ທະ​ຫານ​ຂອງ​ຊີ​ຣີ. ເພື່ອ​ເປັນ​ການ​ຕອບ​ໂຕ​ອັນ​ທີ່​ເອີ້ນ​ວ່າ "ເຫດ​ການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ" ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ກູ​ຕາ​​ຕາ​ເວັນ​ອອກຂອງ​ຊີ​ຣີ. ພ້ອມ​ກັນ​ນັ້ນ​ທ່ານ​ທ​ຣຳ ​ຍັງຕຳ​ນິ​​ຣັດ​ເຊຍໂດຍ​ກ່າວ​ວ່າ​ຣັດ​ເຊຍ​ຄວນ​ຮັບ​ຜິດ​ຊອບ​ຕໍ່​​ເຫດ​ການ​ດັ່ງ​ກ່າວ. ​ຂະ​ນະ​ທີ່ການ​ໂຈມ​ຕີ​ທີ່​​ຖື​ເອົາລັດ​ຖະ​ບານ​ຊີ​ຣີ​ເປັນ​ເປົ້າ​ໝາຍ​ເທື່ອ​ນີ້​ຂອງ​ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ດຳ​ເນີນ​ໄປ.

ຕອນ​ຂ້ອນ​ແຈ້ງວັນ​ທີ 14 ເມ​ສາ​ນີ້, ນັກ​ຂ່າວ​ໄດ້​ຍິນ​ສຽງ​ລະ​ເບີດ​ທີ່​ດັງ​​ກ້ອງ​ຢູ່​ນະ​ຄອນ​ຫຼວງ​ດາມັ​ສ​ປະ​ເທດ​ຊີ​ຣີ, ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ຊີ​ຣີ​​ລາຍ​ງານ​ວ່າ​ອາ​ເມ​ລິ​ກາ, ອັງ​ກິດ​ແລະ​ຝ​ຣັ່ງ​ໄດ້ "​ເປີດ​ບັ້ນ​ຮຸກ​ຮານ" ​ປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ