ທ່ານ​ສີ​ຈິ້ນ​ຜິ​ງປະກາດ​ໃຊ້​ມາດ​ຕະການ​ໃໝ່​ເພື່ອ​ລົງ​ເລິກ​ການ​ປະຕິ​ຮູບຢ່າງຮອບດ້ານ
2018-04-14 11:18:36  cri 
ງານສະເຫຼີມສະຫຼອງວັນຄົບຮອບ 30 ປີ​ຂອງ​ກາ​ນສ້າງຕັ້ງ​ແຂວງ​ໄຫຫຼຳ​ແລະປະກາດ​ສ້າງເປັນ​ເຂດ​ເສດຖະກິດ​ພິ​ເສດ​ໃຫຍ່​ທີ່​ສຸດ​ຂອງ​ຈີນ ​ໄດ້​ຈັດ​ຂຶ້ນຢູ່ຫໍ​ສະພາປະຊາ​ຊົນ​ແຂວງ​ໄຫຫຼຳ​ໃນ​ວັນ​ທີ 13 ​ເມສາ​ນີ້ ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິ​ການ​ໃຫຍ່​ສູນ​ກາງ​ຈີນ, ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ​ເຂົ້າຮ່ວມ ທັງ​ກ່າວ​ປາ​ໄສ​ທີ່​ສຳຄັນ​ໃນ​ກອງ​ປະຊຸມ ​ໂດຍ​ເນັ້ນວ່າ: ​ໃນ​ຂະ​ບວນການ​ແຫ່ງ​ການ​ສູ້​ຊົນ​ສ້າງ​ສັງຄົມ​ອີ່ມ​ໜຳ​ສຳລານ​ໃນ​ໄລຍະ​ສຸດ​ທ້າຍ​ໃຫ້​ສຳ​ເລັດ​ຢ່າງຮອບດ້ານ ​ແລະ ຍາດ​ເອົາ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ນັ້ນ, ​ເຂດ​ເສດຖະກິ​ດພິ​ເສດບໍ່​ພຽງ​ແຕ່​ຈະ​ຕ້ອງ​ສືບຕໍ່​ສ້າງ​ແລະປະຕິບັດຕໍ່​ໄປ​ເທົ່າ​ນັ້ນ, ​ແຕ່​ຍັງ​ຈະ​ຕ້ອງ​ປະຕິບັດ​ໃຫ້​ດີກ​ວ່າ​ເກົ່າ ​ແລະ ​ໃຫ້​ມີ​ລະດັບ​ສູງ​ກວ່າ​ເກົ່າ​ອີກ.

​ແຂວງ​ໄຫຫຼຳ ຕັ້ງຢູ່​ສົ້ນ​ໃຕ້​ສຸດ​ຂອງ​ຈີນ, ​ເປັນ​ຈຸດ​ທີ່​ຕັ້ງທາງ​ພູດ​ສາດ​ທີ່​ມີ​ເອກະລັກ​ພິ​ເສດ, ມີ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ທີ່​ດີ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ ທັງ​ເປັນ​ເຂດ​​ເສດຖະກິດ​ພິ​ເສດ​ທີ່​ໃຫຍ່ທີ່​ສຸດ​ຂອງ​ຈີນ.

ທ່ານ​ສີ​ຈິ້ນ​ຜິ​ງ ​​ຊີ້​ໃຫ້​ເຫັນ​ວ່າ: "​ແຂວງ​ໄຫຫຼຳມີ​ທ່າ​ແຮງ​ພິ​ເສດ​ທີ່​ກາຍ​ເປັນ​ເຂດ​ທົດ​ລອງ​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ, ຕ້ອງ​ຍຶດໝັ້ນ​​ໃຫ້ບຸລິມະ​ສຸດຕໍ່ການເປີດ​ປະຕູ​ສູ່​ພາຍ​ນອກ, ປະຕິບັດ​ຍຸດ​ທະ​ສາດ​ເປີດ​ປະຕູ​ສູ່​ພາຍ​ນອກ​ທີ່​ຕັ້ງໜ້າ​ກວ່າ​ເກົ່າ ​ແລະ​ເປັນ​ເຈົ້າການ​ກວ່າ​ເກົ່າ​ອີກ, ​ເລັ່ງລັດ​ສ້າງ​ໂຄງ​ປະກອບ​ໃໝ່​ຂອງ​ເສດຖະກິດ​ແບບ​ເປີດ​ກວ້າງ ​ແລະ​ຊຸກຍູ້​ໃຫ້​ກໍ່​ຕົວ​ເປັນ​ສະຖານະ​ການ​ໃໝ່​ການ​ເປີດ​ປະ​ຕູ​ສູ່​ພາຍ​ນອກ​ຢ່າງຮອບດ້ານ.

ທ່ານ​ສີ​ຈິ້ນ​ຜິ​ງ ປະກາດ​ວ່າ: ສູນ​ກາງ​ພັກ​ຕັດສິນ​ໃຈ​ສະໜັບສະໜູນ​ການ​ສ້າງ​ທົ່ວ​ເກາະ​ໄຫຫຼຳ​ໃຫ້​ເປັນ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ, ສະໜັບສະໜູນ​ໄຫຫຼຳຄົ້ນຄວ້າ​ ​ແລະຊຸກຍູ້​ການສ້າງ​ທ່າ​ກຳ​ປັ່ນການ​ຄ້າ​ເສລີທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນຢ່າງໜັກ​ແໜ້ນ​, ວາງ​ນະ​ໂຍບາຍ ​ແລະ​ສ້າງ​ລະບົບ​ລະບຽບ​ການ​ຂອງ​ທ່າ​ກຳ​ປັ່ນ​ການ​ຄ້າ​ເສລີ ​ໂດຍ​ແບ່ງ​ເປັນຫຼາຍບາດກ້າວ ​ແລະຫຼາຍ​ໄລຍະ ນີ້​ແມ່ນ​ສູນ​ກາງ​ພັກ​ທຳ​ການ​ຕັດສິນ​ນະ​ໂຍບາຍ​ທີ່​ສຳຄັນ ​ໂດຍ​ເລັງ​ໃສ່​ສະພາບລວມຂອງ​ການ​ພັດທະນາ​ພາຍ​ໃນ​ແລະ​ຕ່າງປະ​ເທດ ທັງຄົ້ນຄວ້າ​ຢ່າງ​ເລິກ​ເຊິ່ງ, ພິຈາລະນາ-ປະສານ​ສົມທົບ​ຢ່າງ​ມີ​ແຜນການ ​ແລະວາງ​ແຜນ​ຕາມຫຼັກວິທະຍາສາດ ​ແມ່ນ​ມາດ​ຕະການ​ສຳຄັນ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ຈີນ​ໃນ​ການ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​ຕັ້ງໜ້າ​ຊຸກຍູ້​ຂະ​ບວນການເສດຖະກິດ​ໂລກາ​ພິວັດ."

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ​ການ​ສ້າງທ່າ​ກຳ​ປັ່ນການ​ຄ້າ​ເສ​ລີ​ຢູ່​ໄຫຫຼຳ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ສອດ​ຄ່ອງ​ກັບ​ສະ​ພາບຄວາມຈິງ​ຂອງ​ຈີນ. ພວກ​ເຮົາ​ຍິນ​ດີ​ຕ້ອນ​ຮັບ​ນັກ​ລົງ​ທຶນ​ທົ່ວ​ໂລກ​ມາ​ລົງ​ທຶນ​ຢູ່​ໄຫຫຼຳ, ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງ​ທ່າ​ກຳ​ປັ່ນ​ການ​ຄາ​ເສ​ລີ​ໄຫຫຼຳ​ຢ່າງ​ຕັ້ງ​ໜ້າ, ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ພັດ​ທະ​ນາ​ຂອງ​ຈີນ ແລະ​ຊົມ​ໃຊ້​ຜົນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ.

ທ່ານ​​ສີຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ໄຫຫຼຳ​ຕ້ອງພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ແກ້​ໄຂ​ຄວາມ​ບົກ​ຜ່ອງ​ດ້ານໂຄງ​ປະ​ກອບ​ແລະ​ກົນ​ໄກ, ປົດ​ປ່ອຍ​ແລະ​ພັດ​ທະ​ນາກຳ​ລັງ​ການ​ຜະ​ລິດ​ຂອງ​ສັງ​ຄົມ​ຢ່າງບໍ່​ຢຸດ​ຢັ້ງ. ຕ້ອງຈັດ​ສັນ​ຊັບ​ພະ​ຍາ​ກອນຕ່າງໆຕາມຫຼັກ​ວິ​ທະ​ຍາ​ສາດ, ເລັ່ງ​ລັດ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ແລະ​ກົນ​ໄກ​ທີ່​ເຮັດ​ໃຫ້​ການ​ພັດ​ທະ​ນາ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ເຊື່ອມ​ໂຍງ​ເຂົ້າ​ກັນ, ໂຄງ​ປະ​ກອບຊັບ​ພະ​ຍາ​ກອນ​ມະ​ນຸດ, ໂຄງ​ປະ​ກອບ​ການ​ເງິນ​ແລະ​ພາ​ສີ, ໂຄງ​ປະ​ກອບແບ່ງ​ປັນລາຍ​ຮັບ ແລະ​ລັດ​ວິ​ສາ​ຫະ​ກິດ, ສະ​ໜັບ​ສະ​ໜູນ​ໄຫຫຼຳ​ສ້າງ​ຕັ້ງຕະຫຼາດ​ພະ​ລັງ​ງານ​ສາ​ກົນ, ການ​ຂົນ​ສົ່ງ​ທາງ​ທະ​ເລ, ສິນ​ຄ້າ​​ລາຍໃຫຍ່, ສິດ​​ທິ​ຕໍ່ຊັບ​ສິນ, ສິດ​ຫຸ້ນ​ສ່ວນ, ສິດ​ລະ​ບາຍ​ກາກບອນ​ດີອອກ​ຊິດ​ແລະ​ອື່ນໆ ເພື່ອ​ສ້າງ​ເປັນ​ລະ​ບົບ​​ລະ​ບຽບ​ການທີ່​ສຸກງອມກວ່າ​ເກົ່າ​ແລະໝັ້ນ​ທ່ຽງ​ກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ໄຫຫຼຳ​ຕ້ອງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ​ແລະ​ເຕັກ​ເນັກ​​ຮຸ່ນ​ໃໝ່​ ແລະ​ເສດ​ຖະ​ກິດດີ​ຈິ​ຕອນ​ຢ່າງ​ຕັ້ງ​ໜ້າ, ຊຸກ​ຍູ້​ໃຫ້​ອິນ​ເຕິ​ເນັດ, IOT, ຖານ​ຂໍ້​ມູນ​ໃຫຍ່, ການ​ນຳ​ທາງ​ດ້ວຍ​ດາວ​ທຽມ ແຫ່ງ​ຫຸ່ນ​ຍົນ​ອັດ​ສະ​ລິ​ຍະ​ເຊື່ອມ​ໂຍງ​ກັບ​ເສດ​ຖະ​ກິດຮູບ​ປະ​ທຳ​ຢ່າງ​ເລິກ​ເຊິ່ງ. ສ້າງ​ຕັ້ງ​ເຂດສາ​ທິດ​ປະ​ດິດ​ສ້າງ​ແລະ​ສ້າງ​ທຸ​ລະ​ກິດນອກ​ຝັ່ງສາ​ກົນ​ໄຫຫຼຳ. ຕ້ອງ​ຍົກ​ສູງ​ລະ​ດັບ​ການ​ຫັນ​ເປັນ​ອິນ​ເຕີ​ເນັດ​ແລະ​ຄວາມ​ສະ​ມາດ​ຂອງ​ພື້ນ​ຖານ​ໂຄງ​ລ່າງ, ເພີ່ມ​ສາຍ​ການ​ບິນ​ສາ​ກົນ​ຈາກ​ໄຫຫຼຳ​ໄປ​​ປະ​ເທດ​ທີ່​ເປັນ​ຕະຫຼາດ​ນັກ​ທ່ອງ​ທ່ຽວ​ທີ່ສຳ​ຄັນໃນ​ທົ່ວ​ໂລກ​ໂດຍ​ກົງ. ຕ້ອງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊື້​ເຄື່ອງ​ປອດ​ພາ​​ສີ​ທີ່​ເປີດກວ້າງ​ແລະ​ສະ​ດວກກວ່າ​ເກົ່າ, ເຮັດ​ໃຫ້​ນະ​ໂຍ​ບາຍ​ດັ່​ງ​ກ່າວກວມ​ເອົາ​ນັກ​ທ່ອງ​ທ່ຽວ​ທີ່​ຈະ​ອອກຈາກ​ໄຫຫຼຳ, ຊຸກ​ຍູ້​ໃຫ້ການ​ທ່ອງ​ທ່ຽວ​ທົ່ວ​ໄຫຫຼຳ​ພັດ​ທະ​ນາ​ກ່າວ​ໄປ​ໜ້າ. ຕ້ອງ​ພັດ​ທະ​ນາ​ກະ​ສິ​ກຳ​ທີ່​ມີ​ສີ​ສັນ​ພິ​ເສດ​​ເຂດຮ້ອນ​ແລະ​ມີ​ປະ​ສິດ​ທິ​ຜົນ​ສູງ​ໃຫ້​ເຂັ້ມ​ແຂງ​ແລະ​ດີ​ເດັ່ນ, ສ້າງ​ຖານ​ກະ​ສິ​ກຳ​​ເຂດ ຮ້ອນ​ທັນ​ສະ​ໄໝ​ແຫ່ງ​ຊາດ. ຕ້ອງ​ຍົກ​ສູງ​ຄວາມ​ສາ​ມາດ​ແຫ່ງ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ທາງ​ທະ​ເລ, ສະ​ໜັບ​ສະ​ໜູນ​ໄຫຫຼຳ​ສ້າງ​ເຂດທະ​ເລ​ລ້ຽງ​ສັດ​ທີ່​ທັນ​ສະ​ໄໝ, ເພີ່ມ​ທະ​ວີ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ແລະ​ເຕັກ​ເນັກ​ທະ​ເລ​ເລິກ. ທ່ານ​ກ່າວ​ເນັ້ນ​ອີກວ່າ, ໄຫຫຼຳ​ຕ້ອງ​ຢູ່​ແຖວ​ໜ້າ​ໃນ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ຄວາມ​ມີ​ສີ​ວິ​ໄລ​ທາງ​ລະ​ບົບ​ນິ​ເວດ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ແຂວງ​ໄຫ​ຫຼຳ​ຄວນ​ເລັ່ງ​ລັດ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໂຄ​ປະ​ກອບ​ແລະ​ກົນ​ໄກ​​ຕ່າງໆ​ໃນ​ຂົງ​ເຂດ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ປັບ​ປຸງ​ລະ​ບົບ​ບໍ​ລິ​ການ​ສາ​ທາ​ລະ​ນະ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ສົ່ງ​ເສີມ​ສະ​ເໝີ​ພາບ​ແລະ​ຍຸ​ຕິ​ທຳ​​ໃນ​ສັງ​ຄົມ​ຢ່າງ​ບໍ່​ຢຸ​ດ​ຢັ້ງ, ຊຸກ​ຍູ້​​ຊັບ​ພະ​ຍາ​ກອນ​ສາ​ທາ​ລະ​ນະ​ໃຫ້​ລົງ​ສູ່​ຂັ້ນ​ພື້ນ​ຖານ, ຊົນ​ນະ​ບົດ​ແລະ​ປະ​ຊາ​ຊົ​ນ​ຜູ້​ທຸກ​ຍາກ​ຢ່າງ​ແລດ​ເຖິງ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ຕື່ມ​ວ່າ, ສະ​ໜັບ​ສະ​ໜູນ​ໄຫ​ຫຼຳ​​ສ້າງຈຸດ​ທົດ​ລອງ​​ດຳ​ເນີນ​ການປະ​ຕິ​ຮູບ​ການ​ຄຸ້ມ​ຄອງ​ບຸກ​ຄະ​ລາ​ກອນ​ສາ​ກົນ, "ອະ​ນຸ​ມັດ​ໃຫ້​ບຸກ​ຄະ​ລາ​ກອນ​ຊາວ​ຕ່າງ​ປະ​ເທດ​, ​ຮົງ​ກົງ, ມາ​ກາວແລະ​ໄຕ້​ຫວັນ​​ທີ່​ມີ​ສີ​ມື​ມີ​ເຕັກ​ນິກ​ປະ​ກອບ​ອາ​ຊີບແລະ​ອາ​ໄສ​ຢູ່​ແຂວງ​ໄຫ​ຫຼຳ​ຖາ​ວອນ​ຕາມ​ ​ກຳ​ນົດ, ອະ​ນຸ​ມັດ​ໃຫ້​ນັກ​ສຶກ​ສາຕ່າງ​ປະ​ເທດ​ດີ​ເດັ່ນ​ທີ່​ຮຽນ​ຈົບ​ປະ​ລິນ​ຍາ​ໂທ​ແລະ​ລະ​ດັບ​ສູງ​​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແລະ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງຂອງ​ຈີນ​ເຮັດ​ວຽກ​ແລະ​​ສ້າງທຸ​ລະ​ກິດ​ຢູ່​ແຂວງ​ໄຫ​ຫຼຳ. ສະ​ໜັບ​ສະ​ໜູນ​ໄຫ​ຫຼຳ​ສ້າງ​ລະ​ບຽບ​ການ​ຄຸ້ມ​ຄອງ​ທີ່​ສາ​ມາດ​ດຶງ​ດູດ​ບຸກ​ຄະ​ລາ​ກອນ​ທີ່​ມີ​ເຕັກ​ນິກ​ສູງ​ຈາກ​ຕ່າງ​ປະ​ເທດ, ສ້າງ​ກົນ​ໄກ​ດຶງ​ດູດ​ບຸກ​ຄະ​ລາ​ກອນ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກກວ້າງ​ກວ່າ​ເກົ່າ​, ເຮັດ​ໃຫ້​ບຸກ​ຄົນ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ປະ​ເພດ​ຕ່າງໆ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນຢ່າງ​ສົມ​ບູນຢູ່​ແຂວງ​ໄຫ​ຫຼຳ."

​ສຸດ​ທ້າຍນີ້, ທ່ານ​ສີ​ຈິ້ນ​ຜິງ ​ກໍຝາກ​ຄວາມ​​ເຖິງເຈົ້າ​ໜ້າ​ທີ່​ແລະ​ປະ​ຊາ​ຊົນ​​ອັນ​ໄພ​ສານ​ຂອງ​ແຂວງ​ໄຫ​ຫຼຳ​ຢ່າລືມ​ອຸ​ດົມ​ການ​ແຕ່​ຫົວ​ທີ, ຈື່​ຈຳ​ພາ​ລະ​ກຳ​ຂອງ​ຕົນ, ຮັກ​ສາ​ຄວາມ​ອົດ​ທົນ​ທາງ​ປະ​ຫວັດ​ສາດ, ປະ​ຕິ​ບັດ​ແຜນ​ວາດ​​ຈົນ​ເຖິງ​ທີ່​ສຸດ, ປະ​ຕິ​ບັດ​ຕໍ່​ທຸກໆ​ສະ​ໄໝ​ຂອງ​ເຈົ້າ​ໜ້າ​ທີ່, ເພື່ອ​ສ້າງ​ຜົນ​ງານ​ໃໝ່​ທີ່​ສະ​ຫງ່າ​ງາມ​ໃນ​ຂະ​ບວນ​ການ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ 2 ​ເຫດ​ການ, ແລະ​ບັນ​ລຸ​ຄວາມ​ໄຝ່​ຝັນ​ຂອງ​ຊົນ​ຊາດ​ຈີນ​ທີ່ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ