ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ບໍ່​ໄດ້​ຮັບ​ຮອງ​ຮ່າງ​ມະ​ຕິ​ກ່ຽວ​ກັບ​ການ​ກ່າວ​ປະ​ນາມ​ຕໍ່​ການ​ໂຈມ​ຕີ​ທາງການ​ທະ​ຫານ​ຕໍ່​ຊີ​ຣີ
2018-04-15 18:15:54  cri 

ຕາມ​ຂ່າວCRI:ວັນ​ທີ 14 ເມ​ສາ​ນີ້, ສະ​ພາ​ຄວາມ​ໝັ້ງ​ຄົງ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ບໍ່​ໄດ້​ຮັບ​ຮອງ​ຮ່າງ​ມະ​ຕິ​ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ກ່າວ​ປະ​ນາມ​ຕໍ່​ການ​ໂຈມ​ຕີ​ທາງ​ການ​ທະ​ຫານ​ຕໍ່​ຊີ​ຣີທີ່​ສະ​ເໜີ​ໂດຍ​ຣັດ​ເຊຍ.

ໃນ​ມື້​ດຽວ​ກັນ, ທ່ານ​ນາງ ຮ​ວ້າ ຊູ່ນ ຢີງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ກ່ຽວ​ກັບ​ເລື່ອງ​ທີ່​ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ​​ຮ່ວມ​ກັນໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ຊີ​ຣີ​ວ່າ, ຈີນ​ຄັດ​ຄ້ານ​​ການ​ໃຊ້​ກຳ​ລັງ​ອາ​ວຸດໃນ​ການ​ພົວ​ພັນ​ສາ​ກົນ​ມາໂດຍ​ຕະ​ຫຼອດ, ມີ​ເຈດ​ຈຳ​ນົງໃຫ້​ເຄົາ​ລົບ​​ອະ​ທິ​ປະ​ໄຕ​, ເອ​ກະ​ລາດ​ແລະ​​ຜືນ​ແຜ່ນ​ດິນທີ່​ຄົບ​ຖ້ວນ​ຂອງ​ແຕ່​ລະ​ປະ​ເທດ. ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານແຕ່​ຝ່າຍ​ດຽວໃດໆ​ທີ່​ໃຊ້​​ໂດຍ​ບໍ່ໄດ້​ຮັບ​ມີ​ການ​ອະ​ນຸ​ຍາດ​ຈາກ​ສະ​ພາ​ຄວາມ​ໝັ້ງ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ລ້ວນ​ແຕ່​ຝ່າ​ຝືນ​ຕໍ່​ວັດ​ຖຸ​ປະ​ສົງ​ແລະ​ຫຼັກ​ການ​ຂອງ "ກົດ​ບັດສະ​ຫະ​ປະ​ຊາ​ຊາດ", ຝ່າ​ຝືນ​ຕໍ່​ຫຼັກ​ການ​ແລະ​​ກົດ​ລະ​ບຽບພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ, ກໍ່​ຈະ​ເພີ່ມ​ຕື່ມ​ປັດ​ໄຈ​ຢ່າງ​ທີ່​ສັບ​ສົນຕໍ່​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ. ຈີນ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ຄືນ​ສູ່​ຂອບ​​ກົດ​ໝາຍ​ສາ​ກົນ,ແກ້​ໄຂ​ບັນ​ຫາ​ດ້ວຍ​ການ​ເຈລະ​ຈາ​ແລະ​ປຶກ​ສາ​ຫາ​ລື​ກັນ.

ກ່ຽວ​ກັບ​ຄວາມ​ເວົ້າ​ທີ່​​ວ່າການ​ໂຈມ​ຕີ​ທາງ​ການ​ທະ​ຫານ​ທີ່​​ດຳ​ເນີນ​ໂດຍອາ​ເມ​ລິ​ກາ, ອັງ​ກິດ​ແລະ​ຝ​ຣ​ຍ່ງ​ແມ່ນ​ແນ​ໃສ່​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ຊີ​ຣີ, ທ່ານ​ນາງ​ຮ​ວ້າ ຊູ່ນ ຢີງ​ກ່າວ​ເນັ້ນ​ວ່າ, ຈີນ​ເຫັນ​ວ່າ, ຄວນ​ດຳ​ເນີນ​ການ​ສຳ​ຫຼວດ​ຢ່າງ​ຮອບ​ດ້ານ, ຍຸຕິ​ທຳ​ແລະ​ພາ​ວະ​ວິ​ໄສ​ຕໍ່​ເຫດ​ການ​​ທີ່​ຖືກ​ສົງ​ໄສ​ເປັນ​ການຫຼອນ​ໂຈມ​ຕີດ້ວຍ​ອາ​ວຸດ​ເຄ​ມີທີ່​ເກີດ​ຂຶ້ນ​ຢູ່​ຊີ​ຣີ, ແລ້ວ​ມີ​ຜົນທີ່​ເຊື່ອ​ໃຈ​ໄດ້ແລະ​ຜ່ານ​ການກວດ​ສອບຂອງ​ປະ​ຫວັດ​ສາດ​ໄດ້. ກ່ອນ​ນີ້, ຝ່າຍ​ຕ່າງໆ​ບໍ່​ຄວນທຳ​ການ​ຕັດ​ສິນ​ລ່ວງ​ໜ້າ. ຈີນ​ເຫັນ​ວ່າ, ການ​ແກ້​ໄຂ​ທາງ​ການ​ເມືອງ​ແມ່ນ​ທາ​ງ​ອອກ​ພຽງສາຍ​ດຽວ​ຂອງ​ບັນ​ຫາ​ຊີ​ຣີ. ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂອງ​​ຂ້ອງປະ​ຊາ​ຄົມ​ໂລກຄວນ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​​ບົດ​ບາດທີ່​ເປັນ​ຊ່ອງ​ທາງ​ຕົ້ນ​ຕໍ​ດ້ານ​ການ​ໄກ່​ເກ່ຍ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​, ​ພະ​ຍາ​ຍາມ​ຮ່ວມ​ຢ່າງ​ບໍ່​ລົດ​ລະ​ເພື່ອຊຸກ​ຍູ້​ໃຫ້​ບັນ​ຫາ​ຊີ​ຣີ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເໝະ​ສົມ​ໃນ​ທີ່​ສຸດ.


ທ່ານ​ບາ​ຊາ ອາ​ຊັດ, ປະ​ທາ​ນາ​ທິ​ບໍ​ດີ​ຊີ​ຣີ​ກ່າວ​ໃນ​ວັນ​ທີ 14 ເມ​ສາ​ນີ້​ວ່າ, ການ​ໂຈມ​ຕີ​ທາງ​ການ​ທະ​ຫານຕໍ່​ຊີ​ຣີ​ທີ່​ນຳ​​ໂດຍ​ອາ​ເມລິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ​ຄວາມ​ເຈດ​ຕະ​ນາຂອງ​ປະ​ເທດ​ຝ່າຍ​ຕ​າ​ເວັນ​ຕົກ​ຢູ່​ຊີ​ຣີ​ບໍ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດ.


ທ່ານວຼາດີ​ເມຍ ປູ​ຕີນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 14 ເມ​ສາ​ນີ້​ວ່າ, ການ​ຫຼອນ​ໂຈມ​ຕີ​ທາງ​ການ​ທະ​ຫານ​ຕໍ່​ຊີ​ຣີ​ທີ່​ກໍ່​ໂດຍ​ອາ​ເມ​ລິ​ກາ​ແລະ​ສັນ​ນິ​ບາດ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ການ​ກະ​ທຳ​ຂອງ​ການ​ຮຸກ​ຮານ, ຣັດ​ເຊ​ຍ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ​ໄມ​ຄ ເປນ​ຊີ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ຢູ່​ນະ​ຄອນ​ຫຼວງ​ລີ​ມາ​ຂອງເປ​ຣູ​ວ່າ, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໄດ້​ກຽມ​ພ້ອມ​ໃນ​ການ​ກໍ່​ການ​ຫຼອນ​ໂຈມ​ຕີ​ອີກ​ເທື່ອໃໝ່​ຕໍ່​ຊີ​ຣີ, ແລະ​ຈະ​ຮັບ​ມື​ກັບ​ການ​ກະ​ທຳ​ຂອງ​ການ​ແກ້​ແຄ້ນ​ທີ່​ອາດ​ຈະ​ກໍ່​ໂດຍ​ຊີ​ຣີ​ແລະ​ສັນ​ນິ​ບາດ​ຂອງຊີ​ຣີ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຂ່າວ​ແຈ້ງວ່າ​ຢູ່​ນະ​ຄອນ​ຫຼວງດາ​ມາ​ສ​ຂອງ​ຊີ​ຣີ​ໄດ້​ເກີດ​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ. ​ພາຍ​ຫຼັງ​ເຫດ​ການ​ດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນ, ທ່ານໂດ​ນານ ທ​ຣັມ​, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາໄດ້ຂົ່ມ​ຂູ່​ຫຼາຍ​ເທື່ອ​ວ່າ​ຈະ​ນຳ​ໃຊ້​ການກ​ະ​ທຳ​ດ້ວຍ​ອາ​ວຸດ​ຕໍ່​ລັດ​ຖະ​ບານ​ຊີ​ຣີ. ໃນ​ເວ​ລາ​ຕອນ​ແລງວັນ​ທີ 13 ເມ​ສາ​ນີ້່ຕາມ​ເວ​ລາ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ລິ​ກາ, ທ່ານ​ໂດ​ນານ ທ​ຣັມ​ປ​ະ​ກາດ​ວ່າ, ໄດ້​ອອກ​ຄຳ​ສັ່ງ​ໃຫ້​ທະ​ຫານ​ອາ​ເມ​ກາ​ຮ່ວມ​ກັນ​ກັບ​ອັງ​ກິດ​, ຝ​ຣັ່ງ​ກໍ່ "​ຫຼອມ​ໂຈມ​ຕີ​ຢ່າງຄັກ​ແນ່" ຕໍ່​ສິ່​ງ​ກໍ່​ສ້າງ​ການ​ທະ​ຫານ​ຂອງ​ຊີ​ຣີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ