ປິດກອງ​ປະ​ຊຸມທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ​ໂລກ​ປີ 2018
2018-04-15 18:16:51  cri 
ວັນ​ທີ 13 ເມ​ສາ​ນີ້, ກອງ​ປະ​ຊຸມ​ທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ​ໂລກ​ປີ 2018 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ອີ້​ອູ່​ແຂວງ​ເຈີ້​ຈ່ຽງຈີນ​ໄດ້​ອັດ​ລົງ.

ສະ​ຫະ​ພັນ​ຂະ​ແໜງ​ການທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ​ຈີນ, ຄະ​ນະ​ກຳ​ມະ​ການທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ​ຂອງ​ສະ​ມາ​ຄົມ​ການ​ຄ້າ​ບໍ​ລິ​ການ​ຂອງຈີນ, ອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ເມືອງ​ອີ້​ອູ່​ໄດ້​ເປັນ​ເຈົ້າ​ພາບ​ຮ່ວມ​ກັນ​ຈັດ​ກອງ​ປະ​ຊຸມ​ເທື່ອ​ນີ້. ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ເທື່ອ​ນີ້​​ແມ່ນ "ການ​ປະ​ດິດ​ສ້າງ​ໃນ​ທົ່ວ​ໂລກ ປ່ຽນ​ແປງ​ອະ​ນາ​ຄົດ", ເຊິ່ງ​ລວມ​ມີ​ການ​ກ່າວ​ປາ​ຖະ​ກະ​ຖາ​ທີ່​ມີ​ຫົວ​ຂໍ້ 29 ເທື່ອ, ການ​ສົນ​ທະ​ນາ​ໂຕະ​ມົນ 4 ຄັ້ງ, ຫົວ​ຂໍ້​ໄດ້​ກວມ​ຫຼາຍ​ຂົງ​ເຂດ, ເຊັ່ນ: AI, ການ​ຂາຍ​ຍ່ອຍ​ແບບ​ໃໝ່, ການ​ຄ້າ​ແບບ​ມີ​ປັນ​ຍາ, ​ການ​ຄ້າ​ເອ​ເລັກ​ໂຕຼນິກຂ້າມ​ຊາດ​ແລະ​ອື່ນໆ.

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ຢູ່​ພິ​ທີ​​ໄຂ​ງານ, ທ່ານ​ເຢີນ​ຊູ່​ຈຸ່ນ, ຫົວ​ໜ້າປະ​ຕິ​ບັດ​ງານ​ຂອງ ຄະ​ນະ​ກຳ​ມະ​ການທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ​ຂອງ​ສະ​ມາ​ຄົມ​ການ​ຄ້າບໍ​ລິ​ການ​ຂອງຈີນ​ກ່າວ​ວ່າ, ​ປັດ​ຈຸ​ບັນ ​ແນວໜ້າ​ຂອງອິນ​ເຕີ​ເນັດ​ໂລກຖືກ​ແບ່ງ​ໂດຍ​ຈີນ​ແລະ​ອາ​ເມ​ລິ​ກາ, ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ກາຍ​ເປັນ​ປະ​ເທດ​ໃຫຍ່​ທີ່​ນຳໜ້າຂະ​ແໜງ​ການ​ອິນ​ເຕີ​ເນັດ​ທົ່ວ​ໂລກ​ຮ່ວມ​ກັນ. ຂະ​ແໜງ​ການທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ​ຂອງຈີນ​ນັບ​ມື້​ນັບ​ຄົບ​ວົງ​ຈອນ​ໃນ​ດ້ານ​ຂະ​ໜາດ​ແລະ​ການ​ບໍ​ລິ​ການ, ​ໄດ້ກາຍ​ເປັນ​ແບບ​ຢ່າງ​ໃນ​ທົ່ວ​ໂລກ.

ຜູ້​ແທນ​ຈາກວິ​ສາ​ຫະ​ກິດ​ການ​ຄ້າ​ເອ​ເລັກ​ໂຕຼນິກ​ທີ່​ມີ​ຊື່​ສຽງເກືອບ​ພັນ​ຄົນ​ທີ່​​ມາ​ຈາກ 15 ປະ​ເທດ​ແລະ​ເຂດ​ແຄວ້ນ ເຊັ່ນ: ບໍ​ລິ​ສັດ​ຈິ່ງ​ໂຕ່ງ, ບໍ​ລິ​ສັດ xiaomi, ສະ​ມາ​ຄົມທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ​ຂ້າມ​ຊາດ​ຣັດ​ເຊຍ, ສະ​ມາ​ຄົມທຸ​ລະ​ກິດ​ເອ​ເລັກ​ໂຕຼນິກເຢຍ​ລະ​ມານແລະ​ອື່ນໆ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ