ຈີນ​ຍາດ​ໄດ້ຜົນ​ເດັ່ນດ້ານ​ການ​ລົບ​ລ້າງ​ຄວາມທຸກ​ຍາກ​ຕະຫຼອດ 40 ປີ​ຜ່ານ​ມາ
2018-04-16 14:38:10  cri 

ທ່ານ​ເຄວິນ ​ໄມ​ເຄີ​ນ ຣຸດ ອະດີດ​ນາຍົ​ກລັດຖະມົນຕີ​ອົສຕຣາລີ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ນະ​ໂຍບາຍ ສະມາຄົມ​ອາຊີ​ອາ​ເມ​ລິ​ກາ ກ່າວ​ໃນ​ວັນ​ທີ 14 ​ເມສາ​ນີ້​ວ່າ: ຕະຫຼອດ 40 ປີ​ແຫ່ງ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ເປັນຕົ້ນມາ, ຈີນ​ຍາດ​ໄດ້​ຜົນງານໜ້າ​ຊື່ນ​ຊົມ ​ເຊິ່ງ​ໃນ​ນີ້ຜົນງານດີ​ເດັ່ນກໍ​ຄື ສາມາດ​ເຮັດ​​ໃຫ້​ຊາວ​ຈີນຫຼາຍຮ້ອຍ​ລ້ານ​ຄົນຫຼຸດພົ້ນອອກ​ຈາກ​ຄວາມທຸກ​ຍາກ​ຢ່າງ​ສຳ​ເລັດ​ຜົນ.

ທັງ​ນີ້ ທ່ານ​ເຄວິນ ​ໄມ​ເຄີ​ນ ຣຸດ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຊິນ​ຮວາ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດັ່ງກ່າວ ຂະນະ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ເມ​ລິ​ກາ​ເປ​ນວໍ​ຕອນ​ຢູ່​ນະຄອນຟີ​ລາ​ເດ​ວ​ເຟຍ​ ອາ​ເມ​ລິ​ກາ ​ໂດຍ​ກ່າວ​ວ່າ: ຕົນ​ເປັນ "​ພະນັກງານອາວຸ​ໂສ" ທີ່​ໄດ້​ຮຽນ​ພາສາ​ແລະ​ວັດທະນະທຳ-ປະຫວັດສາດ​ຈີນ ​ແລະ ​ໂຊກ​ດີທີ່​ໄດ້​​ເປັນ​ຜູ້ເຫັນກັບ​ຕາ​ຕໍ່​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ ​ທີ່ສົ່ງ​ຜົນ​ເຮັດ​ໃຫ້​ຈີນ​ມີການ​ປ່ຽນ​ແປງ​ຢ່າງ​​ເລິກ​ເຊິ່ງ.

ທ່ານ​ເຄວິນ ​ໄມ​​ເຄີ​ນ ຣຸດ ​ໄດ້​ເວົ້າ​ດ້ວຍ​ພາສາ​ຈີນ​ທີ່ຫຼຽນ​ໄຫຼດີ ກັບ​ນັກ​ຂ່າວວ່າ: ການຫຼຸດພົ້ນອອກ​ຈາກ​ຄວາມທຸກ​ຍາກ ມັນ​ເວົ້າງ່າຍ ​ແຕ່​ພັດ​ຍາກທີ່​ຈະ​ປະສົບ​ຜົນສຳ​ເລັດ. ຈີນ​ດຳ​ເນີນ​ການ​ປະຕິ​ຮູບ ​ແລະ​​ເປີດ​ປະຕູ​ສູ່​ພາຍ​ນອກ​ຕະຫຼອດ 40 ປີ​ມາ​ນີ້ ​ພັດ​ສາມາດເຮັດ​ໃຫ້​ປະຊາຊົນ​ກວ່າ 700 ລ້າ​ນຄົນຫຼຸດພົ້ນອອກ​ຈາກ​ຄວາມ​ທຸກ​ຍາກ​ໄດ້ ​ເຊິ່ງ​ເປັນ​ຜົນງານດີ​ເດັ່ນ​ໃນ​ຂະ​ບວນການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ ​ແລະຄວນ​ເປັນ​ຜົນງານ​ທີ່​ຊາວ​ຈີນຮູ້ສຶກ​ພາກພູມ​ໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ