ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ໄຂກອງປະຊຸມສຸກເສີນໃນວັນທີ 14 ເມສານີ້ ຫຼັງອາເມລິກາ, ຝຣັ່ງ ແລະ ອັງກິດເປີດບັ້ນໂຈມຕີດ້ວຍກຳລັງທະຫານຕໍ່ຊີຣີ ທ່ານມ໋າຈ່າວຊີ້ວ໌ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດ ໄດ້ປະກອບຄຳເຫັນໃນກອງປະຊຸມວ່າ: ພວກຂ້າພະເຈົ້າເຕືອນຕໍ່ບັນດາຝ່າຍທີ່ກ່ຽວຂ້ອງຄວນຫຼີກລ່ຽງການນຳໃຊ້ມາດຕະການໃດໆ ທີ່ອາດຈະເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນຕື່ມ ແລະກັບຄືນຂອບກົດໝາຍສາກົນ ເພື່ອແກ້ໄຂບັນຫາໂດຍຜ່ານການເຈລະຈາ ແລະຫາລືກັນ.
ທ່ານມ໋າຈ່າວຊີ້ວ໌ ຊີ້ວ່າ: ຈີນເຫັນວ່າ ຊ່ອງທາງການເມືອງແມ່ນທາງອອກພຽງໜຶ່ງດຽວໃນ ການແກ້ໄຂບັນຫາຊີຣີ ບັນດາຝ່າຍທີ່ກ່ຽວຂ້ອງຄວນສືບຕໍ່ສະໜັບສະໜູນໃຫ້ອົງການສະຫະປະຊາຊາດເສີມຂະຫຍາຍບົດບາດເປັນຊ່ອງທາງຕົ້ນຕໍໃນການໄກ່ເກ່ຍບັນຫາຊີຣີ ແລະພະຍາຍາມຮ່ວມກັນຢ່າງບໍ່ລົດລະເພື່ອຊຸກຍູ້ບັນຫາຊີຣີໃຫ້ໄດ້ຮັບການແກ້ໄຂໂດຍຜ່າຍຊ່ອງທາງການເມືອງ. ຈີນຍິນດີສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນແລະຕັ້ງໜ້າເພື່ອແກ້ໄຂບັນຫາຊີຣີໂດຍຜ່ານຊ່ອງທາງການເມືອງ, ປົກປັກຮັກສາສັນຕິພາບ ແລະສະຖຽນລະພາບຢູ່ເຂດຕາເວັນອອກກາງ ກໍຄືໃນໂລກ.
ຂ່າວລາຍງານຕື່ມວ່າ: ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ລົງຄະແນນສຽງຕໍ່ຮ່າງມະຕິທີ່ຮ່າງໂດຍຣັດເຊຍເພື່ອປະນາມອາເມລິກາ, ຝຣັ່ງ ແລະ ອັງກິດກໍ່ການໂຈມຕີທາງການທະຫານຕໍ່ຊີຣີ ແລະ ໃນ 15 ປະເທດສະມາຊິກສະພາຄວາມໝັ້ນຄົງ ມີ 3 ບັດເຫັນດີ, 8 ບັດຄັດຄ້ານ ແລະ 4 ບັດງົດອອກສຽງ ຈຶ່ງບໍ່ສາມາດຮັບຮອງເອົາຮ່າງມະຕິຂອງຣັດເຊຍໄດ້.