ຈີນ​ເຂົ້າຮ່ວມ​ງານ​ວາງສະ​ແດງອາວຸດ​ຍຸດ​ໂທ​ປະກອນ​ມາ​ເ​ລ​ເຊຍ​ຄັ້ງທີ 16
2018-04-16 14:45:06  cri 

ງານ​ວາງສະ​ແດງ​ອາວຸດ​ຍຸດ​ໂທ​ປະກອນ​ມາ​ເລ​ເຊຍ​ຄັ້ງທີ 16 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງ ກວາ​ລາ​ລຳ​ເປີ ​ໃນ​ວັນ​ທີ 16 ​ເມສາ​ນີ້ ​ໂດຍ​ຈະ​ດຳ​ເນີນ​ເປັນ​ເວລາ 4 ວັນ.

ກົມ​ອຸດສາຫະກຳ​ວິທະຍາສາດ-​ເຕັກນິກ​ປ້ອງ​ກັນ​ປະ​ເທດ​ຈີນ ​ໄດ້​ຈັດຕັ້ງ 5 ບໍລິສັດ​ການ​ຄ້າ​ການ​ທະຫານ​ເຂົ້າຮ່ວມ​ ​ໂດຍ​ເອີ້ນ​ລວມວ່າ "ກິດຈະການ​ປ້ອງ​ກັນ​ປະ​ເທດ​ຈີນ" ​ແລະບ່ອນ​ວາງສະ​ແດງ​​ມີ​ຄວາມ​ກວ້າງ 400 ກວ່າ​ຕາ​ແມັດ ​ແລະ​ອາວຸດ​ຍຸດ​ໂທ​ປະກອນ​ທີ່​ນຳ​ເອົາ​ໄປ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ກວມ​ເອົາສາມ​ເຫຼົ່າທັບ ຄື ກອບ​ທັບ​ບົກ, ກອງທັບ​ເຮືອ ​ແລະ ກອງທັບ​ອາກາດ ລວມທັງ​ຜະລິດ​ຕະພັນ​ການ​ທະຫານ​ລະດັບ​ຊັ້ນຍອດ​ງວດ​ໜຶ່ງ ​ເຊັ່ນ ລົດ​ຕັງ VT4,  ລະບົບ​ອາວຸດ LY-80N, ກຳ​ປັ່ນ​ຮົບ LMS ​ແລະ ຣາດາ ຟາ​ເຊັດ ອາ​ເຣ ຫຼື PAR ​ເຊິ່ງສະ​ແດງ​​ໃຫ້​ເຫັນ​ເຖິງ​ກຳລັງ​ການ​ຄົ້ນຄວ້າ-ຜະລິດອຸດສາຫະກຳ​ການ​ທະຫານ​ຂອງ​ຈີນ.

ງານ​ວາງສະ​ແດງ​ອາວຸດ​ຍຸດ​ໂທ​ປະກອນ​ມາ​ເລ​ເຊຍ​ແມ່ນ​ໜຶ່ງ​ໃນ 5 ​ງານ​ມະຫະກຳ​ວາງສະ​ແດງ​ອາວຸດ​ຍຸດ​ໂທ​ປະກອນ​ໂລກ ​ແລະ​ແຕ່ລະ 2 ປີ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ. ຂະນະ​ທີ່​ງານ​ວາງສະ​ແດງ​ຄັ້ງນີ້​ ນອກ​ຈາກວາງສະ​ແດງ​ເຕັກນິກ​ຂອງ​ລະບົບ​ສູ້​ຮົບ​ເອ​ເລັກ​ໂຕຣນິກປ້ອງ​ກັນ​ປະ​ເທດ​ທາງ​ທະ​ເລ, ທາງບົກ ​ແລະ ທາງ​ອາກາດ, ​ແລະອາວຸດ​ຍຸດ​ໂທ​ປະກອນ​ຕ່າງໆ​ແລ້ວ, ຍັງ​ວາງສະ​ແດງ​ເຕັກນິກ​ແລະ​ອຸປະກອນ​ທີ່​ທັນ​ສະ​ໄໝ​ໃນ​ໂລກ ​ເຊັ່ນ ການ​ປິ່ນປົວ​ໃນ​ສະໜາມຮົບ, ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ, ການ​ຊ່ວຍ​ເຫຼືອທາງ​ມະນຸດສະທຳ, ການ​ຊ່ວຍ​ເຫຼືອ​ເພື່ອ​ຕ້ານ​ໄພພິບັດ ​ແລະ​ຂົງ​ເຂດ​ອື່ນໆ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ