FAO ຮຽກ​ຮ້ອງ​ໃຫ້​ເຂດ​ອາ​ຊີ​ປາ​ຊີ​ຟິກ​ພະ​ຍາ​ຍາມ​ລົບ​ລ້າງ​ຄວາມ​ອຶດ​ຫິວ
2018-04-16 16:54:18  cri 
ຫວ່າງ​ມໍ່ໆ​ມາ​ນີ້, ອົງ​ການ​ອາ​ຫານ​ແລະ​ການ​ກະ​ເສດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຫຼື FAO ຮຽກ​ຮ້ອງ​ໃຫ້ເຂດ​ອາ​ຊີ​ປາ​ຊີ​ຟິກ​ເລັ່ງ​ລັດ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຮ່ວມ​ກັນ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕໍ່​ກະ​ສິ​ກຳ.

ກອງ​ປະ​ຊຸມ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ຄັ້ງ​ທີ 34 ຂອງ FAO ໄດ້​ຈັດ​ຂຶ້ນ​ຢູ່ຟີ​ຈີ​ເຊິ່ງ​ເປັນ​ປະ​ເທດ​ເກາະ​ດອນ​ຢູ່​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ຜູ້​ຕາງ​ໜ້າ​ຂອງ 40 ກວ່າ​ປະ​ເທດ​​ສະ​ມາ​ຊິກ​ອາ​ຊີ​ປາ​ຊີ​ຟິກຂອງ FAO ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ໂຈ​ເຊ ກຼາ​ເຈຍ​ໂນ ​ຊິນ​ວາ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ FAO ຮຽກຮ້ອງ​ໃຫ້​ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ຢູ່​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ຮ່ວມ​ກັນ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ, ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ອຶດ​ຫິວ. ທ່ານ​ກ່າວ​ວ່າ, ປະ​ຊາ​ກອນ​ທີ່​ຜະ​ເຊີນ​ກັບ​ຄວາມ​ອຶດ​ຫິວ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ມີ​​ເກືອບ 500 ລ້ານ​ຄົນ, ມີ​ຄວາມ​ຈຳ​ເປັນ​ເຮັດ​ວຽກ​ຫຼາຍກວ່າ​ເກົ່າ​ເພື່ອ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ແລະ​ເປົ້າ​ໝາຍ​ອື່ນໆ​ໃນ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030.

ໃນ​ໄລ​ຍະ​ຈັດ​ກອ​ງ​ປະ​ຊຸມ, ຜູ້​ຮ່ວມ​ປະ​ຊຸມ​ຍັງ​ໄດ້​ກ່າວ​ເນັ້ນ​ວ່າ​ຄວນ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕໍ່​ກະ​ສິ​ກຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ