ປະ​ຊາ​ຊົນ​ອີ​ຣັກ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ສາມ​ປະ​ເທດ​ໂຈມ​ຕີ​ຊີ​ຣີ​ທາງ​ອາ​ກາດ
2018-04-16 16:55:18  cri 
ວັນ​ທີ 15 ເມ​ສາ​ນີ້, ປະ​ຊາ​ຊົນ​ອີ​ຣັກ​ຫຼາຍ​ພັນ​ຄົນໄດ້​ໂຮມ​ຊຸມ​ນຸ​ມ​ຢູ່​ນະ​ຄອນ​ຫຼວງ​ແບກ​ແດດ​ປະ​ເທດ​ອີ​ຣັກ, ເພື່ອ​ປະ​ທ້ວງ​ອາ​ເມ​ລິ​ກາ, ອັງ​ກິດ​ແລະ​ຝ​ຣັ່ງ​ກໍ່​ການ​ໂຈມ​ຕີ​ທາງ​​ການທະ​ຫານ​ຕໍ່​ຊີ​ຣີ.

ຕອນ​ບ່າຍ​ວັນ​ທີ 15 ເມ​ສາ​ນີ້, ​ການ​ໂຕມຊຸມ​ນຸມ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ຫຼວງ​ປົດ​ປ່ອຍ​ທີ່​ໃຈ​ກາງ​​ນະ​ຄອນ​ຫຼວງ​ແບກ​ແດດ​ປະ​ເທດ​ອີ​ຣັກ, ປະ​ຊາ​ຊົນ​ອີ​ຣັກ​ທັງ​ຫຼາຍ​ໄດ້ຊູ​ທຸງ​ຊາດ​ອີ​ຣັກ​ແລະ​ຊີ​ຣີ, ແລະ​ຍົກ​ປ້າຍ​ຄຳ​ຂວັນ "ປະ​ຕິ​ເສດ​ຕໍ່​ອາ​ເມ​ລິ​ກາ" "ອາ​ເມ​ລິ​ກາ​ສັງ​ຫານ​ປະ​ຊາ​ຊົນ​ຊີ​ຣີ​​ໃນ​ນາມ​ປະ​ຊາ​ທິ​ປະ​ໄຕ" ແລະ​ອື່ນໆ, ເພື່ອ​ກ່າວ​ປະ​ນາມ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ກໍ່​ການ​ໂຈມ​ຕີ​ທາງການ​ທະ​ຫານ​ຕໍ່​ຊີ​ຣີ.

ຜູ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ກ່າວ​ວ່າ, ການ​ໂຈ​ມ​ຕີ​ທາງ​ການ​ທະ​ຫານ​ຕໍ່​ຊີ​ຣີ​ຂອງ​ສາມ​ປະ​ເທດ​ດັ່ງ​ກ່າວ​ເປັນ​ການ​ຮຸກ​ຮານ​ຢ່າງ​ເປີດ​​ແປນ, ໄດ້​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ແລະ​​ກົດ​ແຫ່ງ​ມະ​ນຸດ​ສະ​ທຳ.

ຕອນ​ຂ້ອນ​ແຈ້ງວັນ​ທີ 14 ເມ​ສາ​ນີ້, ອາ​ເມ​ລິ​ກາ, ອັງ​ກິດ​ແລະ​ຝ​ຣັ່ງ​ໄດ້​ກໍ່​ການ​ເຄື່ອນ​ໄຫວ​ທາງການ​ທະ​ຫານ​ຕໍ່​ຊີ​ຣີ, ​ໂດຍໄດ້​ໂຈມ​ຕີ​ເປົ້​າໝາຍ​ຫຼາຍ​ແຫ່ງ​ຂອງ​ຊີ​ຣີ​ທາງ​ອາ​ກາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ