ກຳ​ປູ​ເຈຍ​ຫວັງ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ລົງ​ທຶນ​ຢູ່​ຂະ​ແໜງ​ການ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ
2018-04-16 17:22:02  cri 
ຫວ່າງ​ມໍ່ໆ​ມາ​ນີ້​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໂອ​ກາດ​ເຂົ້າ​ຮ່ວມ "ບຸນ​​ຫົດ​ນ້ຳ​ອັງ​ກໍວັດ" ຄັ້ງ​ທີ 6 ຢູ່​​ຊຽມລຽບ​, ທ່ານ​ທົງ​ຄຸນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ກ່າວ​ວ່າ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ປະ​ເທດ​ຕົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ຫຼາຍ​ປີ​ຜ່ານມ​າ, ພວກ​​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ມີ​ນັກ​ທຸ​ລະ​ກິດ​ຈີນ​ມາ​ລົງ​ທຶນ​ຢູ່​ຂະ​ແໜງ​ການ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ຫຼາຍກວ່າ​ເກົ່າ, ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ທ່ອງ​ທ່ຽວ​ໃຫ້​ດີ​ຂຶ້ນ, ແລະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ປະ​ເທດ​ຕົນ​ຫຼາຍກວ່​າ​ເກົ່າ.

ທ່ານ​ທົງ​ຄຸນ ກ່າວ​ວ່າ, ​ແຕ່​ຕົ້ນ​ປີ​ນີ້​ມາ, ປະ​ເທດ​ຕົນ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຫຼາຍກວ່າ 1 ລ້ານ​ເທື່ອ​ຄົນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາເພີ່ມ​ຂຶ້ນ 12%. ຈີນ​ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ປະ​ເທດ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ຂອງ​ກຳ​ປູ​ເຈຍ, ມີ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ປະ​ເທດ​ຕົນ​ບັນ​ລຸ​ເຖິງ 1 ລ້ານ 2 ແສນ​ເທື່ອ​ຄົນ​ໃນ​ປີ 2017, ໄດ້​ກວມ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຫຼາຍກວ່າ 40% ທີ່​ກຳ​ປູ​ເຈຍ​ຕ້ອນ​ຮັບ​ໃນ​ປີ 2017. ຕາມ​ທ່າ​ອຽງ​ຂະ​ຫຍາຍ​ຕົວ​ດ້ານ​ການ​ທ່ອງ​ທ່ຽວ​ໃນ​ປັດ​ຈຸ​ບັນ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ກຳ​ປູ​ເຈຍ​ອາດ​ຈະ​ບັນ​ລຸ​ເຖິງ 2 ລ້ານ​ເທື່ອ​ຄົນ​ໃນ​ປີ 2019, ຮອດ​ປີ 2020 ຈະ​ເພີ່ມ​ຂຶ້ນ​ຕື່​ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ