​ຢູ່​ເຂດທະ​ເລ​​ໃກ້ແຂ​ວງມາ​ລູກູ​​ເໜືອປະ​ເທດ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​ໄຫວລະດັບ 6,4 ລິກ​​ເຕີ
2018-04-16 16:51:54  cri 
ຕອນຮຸ່ງ​ເຊົ້າ​ວັນ​ທີ 16 ​ເມສາ​ນີ້, ​ເຂດທະ​ເລ​​ໃກ້​ແຂວງ​​ມາ​ລູກູ​​ເໜືອປະ​ເທດ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 6,4 ລິກ​ເຕີ. ປັດຈຸບັນ​ນີ້, ຍັງ​ບໍ່ທັນ​ມີ​ການ​ລາຍ​ງານ​ວ່າ​ມີ​ຜູ້​ເສຍ​ຊີວິດ​​ບາດ​ເຈັບ ​ແລະ​ມີ​ຄວາມ​ເສຍ​ຫາຍ​ທາງ​ຊັບ​ສິນ​ເທື່ອ.​

​ເວັບ​ໄຊ​ກົມອຸ​ຕຸ​ນິຍົມ, ດິນ​ຟ້າອາກາດ ​ແລະ​ຟີ​ຊິກ​ໜ່ວຍ​ໂລກ​ອິນ​ໂດ​ເນ​ເຊຍ​ໄດ້​ເປີດ​ເຜີຍ​ວ່າ: ​ແຜ່ນດິນ​ໄຫວ​ເທື່ອ​ນີ້​ໄດ້​ເກີດໃນ​ເວລາ​ 2 ​ໂມງ 30 ນາທີ​ຕາມ​ເວລາ​ຈາ​ກາ​ຕາ (​ເວລາ 3 ​ໂມງ​ 30 ນາທີຕາມ​ເວລາ​ປັກ​ກິ່ງ), ໃຈກາງ​ແຜ່ນດິນ​ໄຫວຄັ້ງນີ້ຕັ້ງ​ຢູ່​ເຂດທະ​ເລຫ່າງ​ຈາກ​ນະຄອນ​ເຕີຣນາດ​ເທດສະບານແຂວງ​​ ມາ​ລູກູເໜືອ​, ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ 85 ກິ​ໂລ​ແມັດ. ຈຸດ​ສູນ​ກາງແຜ່ນດິນ​ໄຫວ​ເລິກ​ລົງ​ໃຕ້​ດິນ 10 ກິ​ໂລ​ແມັດ.

ອົງການ​ຕິດຕາມ​ວັດ​ແທກ​ແຜ່ນດິນ​ໄຫວອິນ​ໂດ​ເນ​ເຊຍ​ບໍ່​ໄດ້​ເຕືອນ​ໄພຊືນະ​ມິ​ຈາກ​ແຜ່ນດິນ​ໄຫວ​ເທື່ອ​ນີ້.

ອິນ​ໂດ​ເນ​ເຊຍ​​ຕັ້ງ​ຢູ່​​ແຖບ​ແຜ່ນດິນ​ໄຫວ​ອ້ອມ​​ມະຫາ​ສະໝຸດປາຊິ​ຟິກ ​ແຕ່ລະ​ປີໄດ້​ເກີດ​ແຜ່ນດິນ​ໄຫວ​​ໃນ​ລະດັບ​ຕ່າງ​ກັນ​ຫຼາຍ​ 1000 ​ເທື່ອ​​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ