ງານ​ຮູ​ບ​ເງົາສາກົນ​ປັກ​ກິ່ງ​ຄັ້ງ​ທີ 8 ​ໄດ້​ໄຂ​ຂຶ້ນ
2018-04-16 17:02:59  cri 

ວັນ​ທີ 15 ​ເມສານີ້, ງານ​ຮູບ​ເງົາ​ສາກົນ​ປັກ​ກິ່ງ​ຄັ້ງ​ທີ 8 ​ໄດ້​​ໄຂ​ຂຶ້ນ​ຢູ່​ສູນ​ປະຊຸມ​ສາກົນ​ຢ້ຽນ​ຊີ່​ຮູ​ເມືອງ​ຮວຍ​ໂຣນະ​ຄອນຫຼວງ​ປັກ​ກິ່ງ ສປ ຈີນ, ມີ​ດາລາ ​ແລະ​ຜູ້​ປະກອບ​ການຮູບ​ເງົາ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ຫຼາຍ​ກວ່າ 100 ຄົນ​​ໄດ້​​ເຂົ້າ​ຮ່ວມ​ພິທີ​ເປີດ​ງານ.

ງານຮູບ​​ເງົາ​ຄັ້ງນີ້​ມີ​​ແຂ​ກຜູ້​ມີ​ກຽດ 15000 ຄົນ​ຈາກອົງການ​ຮູບ​ເງົາ​ພາຍ​ໃນ ​ແລະ​ຕ່າ​ງປະ​ເທດ 300 ​ແຫ່ງ​ຂອງ 50 ກວ່າ​ປະ​ເທດ ​ແລະພາກ​ພື້ນ​ເຂົ້າ​ຮ່ວມ. ພິທີ​ເປີດ​ໄດ້​​ເນັ້ນລັກ​ສະ​ນະ​ສາກົນ, ​ວິຊາ​ການ​ ​ແລະຄວາມ​ໝັ້ນ​ໃຈ​ດ້ານ​ວັດທະນະທຳ​ໂດຍ​​ເອກະລັກ​ແບບ​ຈີນ ​ແລະ​ຈິດ​ໃຈ​​ຂອງ​ນະຄອນຫຼວງປັກ​ກິ່ງ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ