ຕົວ​ຢ່າງ​ຂອງ​ຄະ​ດີ​ອະ​ດີດ​ນັກ​ສືບ​ຣັດ​ເຊຍ​ຖືກ​ພິດນັ້ນ​ມີ​ສານ​ພິດ​ຂອງ​ກຸ່ມ​ນາ​ໂຕ
2018-04-16 16:08:41  cri 
    ທ່ານ ເຊີ​ເກ ລາ​ຟ​ຣົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຣັດ​ເຊຍ​ກ່າວ​ຢູ່​ນະ​ຄອນຫຼວງ​ມົ​ສ​ກູ​ໃນ​ວັນ​ທີ 14 ເມ​ສານີ້​ວ່າ, ຝ່າຍ​ຕົນ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານ​ຈາກ​ຊ່ອງ​ທາງ​ລັບ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ຕົວ​ຢ່າງ​ຂອງ​ຄະ​ດີ​ອະ​ດີດນັກ​ສືບ​ຣັດ​ເຊຍຖືກ​ພິດ​ທີ່​ອົງ​ການ​ເກືອດ​ຫ້າມອ​າ​ວຸດ​ເຄ​ມີ​ກັ່ນ​ເອົາ​ແລະ​ວິ​ໄຈ​ ມີ​ຢາ​ພິດ "ບິ​ສ" ທີ່​ພາ​ໃຫ້ຄົນ​ສູນ​ເສຍ​ຄວາມ​ສາ​ມາດ​ທີ່​ປະ​ເທດ​ກຸ່ມ​ນາ​ໂຕ​ນຳ​ໃຊ້.

    ທ່ານ ລາ​ຟ​ຣົ​ຟ ຊີ້​ໃຫ້​ເຫັນ​ວ່າ, ສານ​ປະ​ກອບ​ຢາ​ພິດ "ບິ​ສ" ທີ່​ພາ​ໃຫ້​ຄົນ​ສູນ​ເສຍ​ຄວາມ​ສາ​ມາດນັ້ນ ຄວບ​ຄຸມ​ໂດຍກອງ​ທັບ​ຂອງ​ອາ​ເມ​ລິ​ກາ, ອັງ​ກິດ ແລະ​ປະ​ເທດ​​ກຸ່ມນາ​ໂຕ​ອື່ນໆ, ອະ​ດີດ​ສະ​ຫະ​ພາບ​ໂຊວຽດ ແລະ ຣັດ​ເຊຍ ບໍ່​ເຄີຍ​ຄົ້ນ​ຄວ້າ​ແລະ​ສະ​ສົມ​ຢາ​ພິດ​ທີ່​ມີ​ສັບ​ພະ​ຄຸນ​ດັ່ງ​ກ່າວ. ປະ​ເທດ​ຕົນ​ຮູ້​ສຶກ​ບໍ່​ເຂົ້າ​ໃຈ​ຕໍ່​ອົງ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີ​ທີ່​ບໍ່​ໄດ້​ລະ​ບຸ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ "ບິ​ສ" ໃນ​ບົດ​ລາຍ​ງານສືບ​ສວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ