ທ່ານ ວາງຢີ້ ພົບ​ປະ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ
2018-04-16 16:10:22  cri 
    ວັນ​ທີ 15 ເມ​ສານີ້, ທ່ານ ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ, ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ ໄດ້​ຢ້ຽມ​ຢາມ​ຍີ່​ປຸ່ນ​ຢ່າງ​ເປັນ​ທາງ​ການ ແລະ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ທາ​ໂຣ​ໂຄ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ວາງຢີ້ ກ່າວ​ວ່າ, ສາຍ​ພົວ​ພັນ​ຈີນ-ຍີ່​ປຸ່ນ ໄດ້​ປາ​ກົດ​ມີທ່ວງ​ທ່າ​ປັບ​ປຸງ​ດີ​ຂຶ້ນ, ພ້ອມ​ກັນ​ນັ້ນ ກໍ​ມີ​ປັດ​ໄຈ​ທີ່​ສັບ​ສົນ​ແລະ​ອ່ອນ​ໄຫວ​ຈຳ​ນວນ​ໜຶ່ງ. ສອງ​ຝ່າຍ​ຄວນ "ບໍ່​ລືມ​ອຸ​ດົມ​ການແຕ່​ຫົວ​ທີ, ບູ​ລະ​ນະ​ພື້ນ​ຖານ, ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ ແລະ​ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ" ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ໄປ​ຕາມ​ທິດ​ທາງ​ທີ່​ຖືກ​ຕ້ອງ​ຢ່າງ​ໜັກ​ແໜ້ນ​ແລະ​ຍາວ​ນານ. ສອງ​ປະ​ເທດ​ຄວນ​ເຄົາ​ລົບ​ຈິດ​ໃຈຫຼັກ​ການ​ຂອງ​ເອ​ກະ​ສານ​ການ​ເມືອງ 4 ສະ​ບັບ, ປະ​ຕິ​ບັດ​ຕໍ່​ປະ​ຫວັດ​ສາດ​ຢ່າງ​ຖືກ​ຕ້ອງ ແລະ​ເຄົາ​ລົບຫຼັກ​ການ​ປະ​ເທດ​ຈີນ​ດຽວ. ຕ້ອງ​ສອດ​ຄ່ອງ​ກັບ​ສະ​ຖາ​ນະ​ການ​ໃໝ່, ສຸມ​ໃສ່​ລົງ​ເລິກ​ການຮ່ວມ​ມືແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ຂົງ​ເຂດ​ປະ​ຢັດ​ພະ​ລັງ​ງານ, ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ປະ​ດິດ​ສ້າງວິ​ທະ​ຍາ​ສາດ​ເຕັກ​ນິກ​ໃໝ່, ການ​ຜະ​ລິດ​ລະ​ດັບ​ສູງ, ການ​ເງິນ, ການ​ທະ​ນ​າ​ຄານ, ເສດ​ຖະ​ກິດ​ຊົມ​ໃຊ້​ຮ່ວມ, ການ​ປິ່ນ​ປົວ​ພະ​ຍາດ ແລະ​ການ​ຮັກ​ສາ​ສຸ​ຂະ​ພາບ​ເປັນ​ຕົ້ນ. ຄວນ​ດຳ​​ເນີນການ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ​ທີ່ກວ້າງ​ຂວາງກວ່າ​ເກົ່າ, ສ້າງ​ພື້ນ​ຖານ​ແຫ່ງ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ໃຫ້​ໝັ້ນ​ຄົງ​ຢ່າງ​ບໍ່​ຢຸດຢັ້ງ. ​ຄວນ​ຮ່ວມ​ກັນ​ຊຸກ​ຍູ້​ຂະ​ບວນ​ການ​ຫັນ​ເສດ​ຖະ​ກິດ​ພາ​ກ​ພື້ນ​ໃຫ້​ເປັນ​ເອ​ກະ​ພົບ​ດຽວ​, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສາມ​ຝ່າຍ​ຄື ຈີນ, ຍີ່​ປຸ່ນ ແລະ ສ.ເກົາຫຼີ. ​ຄວນ​ປົກ​ປ້ອງ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແລະ​ໂຄງ​ປະ​ກອບ​ການ​ຄ້າ​ເສ​ລີ, ຮ່ວມ​ກັນ​ສຸມ​ໃສ່​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ອາ​ຊີ​ກໍ​ຄື​ຂອງມວນ​ມະ​ນຸດ. ຈີນ​ຊົມ​ເຊີຍ​ແລະ​ຍິນ​ດີ​​ຄົ້ນຄວ້າ​ບັນ​ຫາ​ທີ່​ຍີ່​ປຸ່ນ​ເຂົ້​າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ເພື່ອ​ເຮັດ​ໃຫ້​ກາຍ​ເປັນ​ຈຸດ​ເຕີບ​ໂຕ​ໃໝ່​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

    ທ່ານ ທາ​ໂຣ​ໂຄ​ໂນ ກ່າວ​ວ່າ, ການ​ຢ້ຽມ​ຢາມ​ຍີ່​ປຸ່ນຂອງທ່ານ​ວາງຢີ້ຄັ້ງ​ນີ້ ເປັນ​ຂີດ​ໝາຍ​ສຳ​ຄັນ​ທີ່​ສາຍ​ພົວ​ພັນ​ຍີ່​ປຸ່ນ-ຈີນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ, ປະ​ເທດ​ຕົນ​ຫວັງ​ຢາ​ກ​ກຳ​ໂອ​ກາດ​ໃນ​ປັດ​ຈຸ​ບັນ​, ຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດຢັ້ງ. ປະ​ເທດ​ຕົນ​ຄອງ​ຄອຍ​ຢ່າງ​ອົບ​ອຸ່ນ​ແລະ​ຍິນ​ດີ​ຕ້ອນ​ຮັບ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ເຄີ້​ສຽງ ເດີນ​ທາງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ຈີນ, ຍີ່​ປຸ່ນ ແລະ​ສ.ເກົາຫຼີ​ຢູ່​ຍີ່​ປຸ່ນ ແລະ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຢ່າງ​ເປັນ​ທາງ​ການ. ຍີ່​ປຸ່ນ​ຈະ​ຍຶດ​ໝັ້ນຫຼັກ​ການ​ທີ່​ລະ​ບຸ​ໄວ້​ໃນ​ເອ​ກະ​ສານ​ການ​ເມືອງ​ລະ​ຫວ່າງ​ສອງ​ຝ່າຍ 4 ສະ​ບັບ, ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ຍຶດ​ໝັ້ນ​ການ​ປ້ອງ​ກັນ​ໂດຍ​ສະ​ເພາະ ແລະ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ຈະ​ບໍ່​ປ່ຽນ​ແປງ.
ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ​ເຊັ່ນ​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ