ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ທັດ​ສະ​ນະກ່ຽວ​ກັບ​ອາ​ເມ​ລິ​ກາ​ລົງ​ໂທດ​ບໍ​ລິ​ສັດ ZTE
2018-04-17 15:44:42  cri 

ກະ​ຊວງ​ກາ​ນ​ຄ້າ​ອາ​ເມ​ລິ​ກາ​ປະ​ກາດ​ຈະ​ນຳ​ໃຊ້​ມາດ​ຕະ​ການ​ເພື່ອ​ຄວບ​ຄຸມ​ການ​​ຄ້າ​ສົ່ງອອກ​ຕໍ່​ບໍ​ລິ​ສັດ ZTE ຂອງ​ຈີນ, ວັນ​ທີ 17 ເມ​ສາ​ນີ້, ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ຖະ​ແຫຼງວ່າ, ຈະ​ຕິດ​ຕາມ​ຢ່າງ​ໃກ້​ສິດ​ໃນ​ຄວາມຄືບ​ໜ້າ​ຂອງ​ເລື່ອງ​ນີ້, ​ແລະກຽມ​ຈະ​ນຳ​ໃຊ້​ມາດ​ຕະ​ການ​ຈຳ​ເປັນ​ໃນ​ທຸກ​ເວ​ລາ, ​ເພື່ອຮັກ​ສາ​ສິດ​​ຜົນປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງວິ​ສາ​ຫະ​ກິດ​ຈີນ.

ວັນ​ທີ 16 ເມ​ສາ​ນີ້ຕາມ​ເວ​ລາ​ພາກ​ຕາ​ເວັນ​ອອກ​ຂອງອ​າ​ເມ​ລິ​ກາ, ​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ປະ​ກາດ​ແຈ້ງ​ການ​ວ່າ, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຫ້າມ​ບໍ່​ໃຫ້​ບໍ​ລິ​ສັດ ZTE ຊື້​ຜະ​ລິດ​ຕະ​ພັນ​ອ່ອນ​ໄຫວ​ຈາກ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ, ​ໂດຍ​ອ້າງວ່າ​ບໍ​ລິ​ສັດ ZTE ເຄີຍ​ຊີ້​ແຈງ​ອະ​ທິບາຍ​ບໍ່​ແມ່ນ​ເລື່ອງ​ແທ້​ໃຫ້​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ.

ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ຊີ້​ອອກວ່າ, ​ຈີນ​​ໄດ້​ຮຽກຮ້ອງ​ມາ​ໂດຍ​ຕະ​ຫຼອດ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ເຄົາ​ລົບ​ແລະ​ປະ​ຕິ​ບັດຕາມ​ກົດ​ໝາຍ​ນະ​ໂຍ​ບາຍ​ຂອງ​ປະ​ເທດ​ກ່ຽວ​ຂ້ອງແລະ​ດຳ​ເນີນທຸ​ລະ​ກິດ​ໃຫ້ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ​ຂະ​ບວນ​ການ​ເຮັດ​ທຸ​ລະ​ກິດ​ຢູ່​ຕ່າງ​ປະ​ເທດ. ບໍ​ລິ​ສັດ ZTE ເຄີຍ​ດຳ​ເນີນ​ການ​ຮ່ວມ​ມື​ການ​ຄ້າ​ການ​ລົງ​ທຶນ​ອັນ​ກວ້າງ​ຂວາງ​ກັບ​ວິ​ສ​າ​ຫະ​ກິດ​ອາ​ເມ​ລິ​ກາ​ຫຼາຍ​ຮ້ອຍ​ແຫ່ງ, ໄດ້​​ສ້າງ​ໂອ​ກາດ​ປະ​ກອບ​ອາ​ຊີບ​ນັບ​ເປັນ​ໝື່ນ​ຕຳ​ແໜ່ງ​ໃຫ້​ອາ​ເມ​ລິ​ກາ. ຫວັງວ່າອາ​ເມ​ລິ​ກາ​ຈະ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ຢ່າງ​ເໝາະ​ສົມ​ຕາມ​ກົດ​ໝາຍ​ແລະ​ກົດ​ລະ​ບຽບ, ສ້າງ​ສະ​ພາບ​ແວ​ດ​ລ້ອມ​ດ້ານ​ກົດ​ໝາຍ​ແລະ​ນະ​ໂຍ​ບາຍ​ທີ່​ທ່ຽງ​ທຳ, ຍຸ​ຕິ​ທຳແລະ​ໝັ້ນ​ທ່ຽງ​ໃຫ້​ວິ​ສາ​ຫະ​ກິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ